ກຽມພ້ອມ ທັບນັກກີລາລາວ ພ້ອມລຸຍຊີເກມ ຮອງນາຍົກໃຫ້ຄໍາໂອ້ວາດ ກ່ອນອອກເດີນທາງ

    0
    352

    ພິທີຖະແຫຼງຂ່າວ ຄະນະນັກກີລາລາວ ເຂົ້າຮ່ວມແຂ່ງຂັນກີລາ ຊີເກມ ຄັ້ງທີ 31 ທີ່ປະເທດ ສສ ຫວຽດນາມ ຈັດຂຶ້ນຢ່າງເປັນທາງການໃນວັນທີ 4 ພຶດສະພາ 2022 ທີ່ຫ້ອງປະຊຸມຂອງຄະນະເສດຖະສາດ ມະຫາວິທະຍາໄລແຫ່ງຊາດລາວ

    ທ່ານ ຮສ. ປອ. ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ກ່າວໃນໂອກາດດັ່ງກ່າວວ່າ: ຊີເກມ ຄັ້ງທີ 31 ທີ່ຈະໄດ້ຈັດຂຶ້ນຢູ່ ສ.ສ ຫວຽດນາມ ລະຫວ່າງ 12-23 ພຶດສະພາ 2022 ປະເທດເຈົ້າພາບໄດ້ບັນຈຸ 40 ປະເພດກີລາເຂົ້າແຂ່ງຂັນ ແລະ ສປປ ລາວ ຈະໄດ້ສົ່ງເຂົ້າຮ່ວມ 29 ປະເພດກີລາ ລວມມີຄະນະນຳ, ຄູ່ຝຶກ, ກຳມະການຕັດສິນ ແລະ ນັກກີລາ ເຂົ້າຮ່ວມທັງໝົດ 435 ຄົນ.

    ທ້າຍພິທີທ່ານ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ມີຄຳເຫັນຊີ້ນຳໃຫ້ກັບ ທັບນັກກີລາລາວ ກ່ອນອອກເດີນທາງ

    1. ຄະນະນໍາ ແລະ ຄູຝຶກ ຈົ່ງເພີ່ມທະວີຄວາມຮັບຜິດຊອບໃນການຕິດຕາມການຝຶກແອບຂອງ ນັກກີລາຢ່າງໃກ້ຊິດ, ຍົກສູງສະຕິການຈັດລະບຽບວິໄນເຂັ້ມງວດ ຂອງຄະນະກີລາແຕ່ລະປະເພດ ສ້າງ ທຸກເງື່ອນໄຂໃຫ້ການຝຶກຊ້ອມກ່ອນການແຂ່ງຂັນໃຫ້ມີປະສິດທິຜົນ.

    2. ຄູຝຶກຂອງແຕ່ລະປະເພດກີລາ ຊອກຮູ້ຂໍ້ມູນຕ່າງໆທາງດ້ານເຕັກນິກ ແລະ ສະຖານທີ່ພັກ ແລະ ສະຖານທີ່ແຂ່ງຂັນ ຈາກເຈົ້າພາບ ເພື່ອແຈ້ງໃຫ້ນັກກີລາຂອງຕົນໄດ້ຮັບຊາບລ່ວງໜ້າ ຊຶ່ງຈະເປັນ ປະໂຫຍດໃນການກະກຽມ ແລະ ເຂົ້າຮ່ວມໄດ້ຢ່າງໝັ້ນໃຈ.

    3. ຄະນະນໍາກີລາແຕ່ລະປະເພດຕ້ອງເອົາໃຈໃສ່ປຸກລະດົມເຊີດຊູນໍ້າໃຈຊາດ, ເອກະລາດ, ຄວາມເສຍສະຫຼະເພື່ອຊາດ, ຄວາມຫ້າວຫັນກະຕືລືລົ້ນ ແລະ ຄວາມເປັນເຈົ້າການໃຫ້ສູງຂຶ້ນຕື່ມ.

    ທີ່ມາ: ຂ່າວເສດຖະກິດ ການຄ້າ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.