ພະແນກ ອຄ ສະຫວັນນະເຂດ ລົງກວດກາປ້ຳນ້ຳມັນທີ່ສວຍໂອກາດກັກຕຸ່ນນ້ຳມັນໄວ້

    0
    289

    ອີງຕາມການລາຍງານຂອງ ພະແນກ ອຄ ແຂວງສະຫວັນນະເຂດ ໃນຄັ້ງວັນທີ 30 ເມສາ 2022​ ທີ່ຜ່ານມານີ້ວ່າ: ທາງການນຳພະແນກອຸດສາຫະກຳ ແລະ ການຄ້າແຂວງ ໄດ້ແຕ່ງຕັ້ງເຈົ້າໜ້າທີ່ກວດກາການຄ້າແຂວງ, ຂະແໜງຊັບສິນທາງປັນຍາມາດຕະຖານ ແລະ ວັດແທກ ໂດຍສົມທົບກັບເຈົ້າໜ້າທີ່ກວດກາການຄ້ານະຄອນໄກສອນ ລົງເຄື່ອນໄຫວກວດກາການຈຳໜ່າຍນ້ຳມັນເຊື້ອໄຟຢູ່ບັນດາປ້ຳໃນເຂດເທດສະບານນະຄອນໄກສອນພົມວິຫານ.

    ຜ່ານການລົງປະຕິບັດກວດກາຕົວຈິງ ໄດ້ຈຳນວນ 16 ປໍ້າ ເຫັນວ່າປໍ້າດັ່ງກ່າວ ແມ່ນໄດ້ປິດບໍລິການຊົ່ວຄາວ ຈຳນວນ 12 ປ້ຳ ສາເຫດແມ່ນບໍ່ມີນ້ຳມັນແອັດຊັງ ໃຫ້ຈໍາໜ່າຍ ມີພຽງແຕ່ 4 ປ້ຳ ທີ່ຍັງມີນ້ຳມັນໃຫ້ຈຳໜ່າຍຄື: ປ້ຳເຊື້ອໄຟລາວ 01 ປ້ຳ, ສົມໃຈ ຫລັກ10 ຈຳນວນ 02 ປ້ຳ, ປ້ຳປີໂຕເທຣດ 01 ປ້ຳ ແລະ ທາງເຈົ້າໜ້າທີ່ການຄ້າກໍໄດ້ເຮັດບົດບັນທຶກແນະນຳກັບເຈົ້າຂອງປໍ້າໃນກໍລະນີ້ນ້ຳມັນຂາດໃຫ້ທາງປໍ້າແຈ້ງທາງພະແນກ ອຄ ແຂວງຮັບຊາບ.

    ຖ້າຫາກປໍ້າໃດຫາກມີການລະເມີດສວຍໂອກາດ ເພື່ອກັກຕຸນ ທາງເຈົ້າໜ້າທີ່ກວດກາການຄ້າຈະໄດ້ປັບໃໝຕາມລະບຽບການ ຕາມມາດຕາ 82, ຂໍ້ ຄ, ຂໍ້ 3 ຂອງດໍາລັດວ່າດ້ວຍ ທຸລະກິດນໍ້າມັນເຊື້ອໄຟ ເລກທີ 331/ນຍ, ລົງວັນທີ 27/10/2017.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.