ງາມຄືກັນ ແຝດຄົນລະຝາໜ້າຕາ ລະມ້າຍຄ້າຍຄືກັນ ຈົນເກືອບແຍກບໍ່ອອກເລີຍ

    0
    417

    ສອງສາວດາວຮ້າຍ ດິວ ອະຣິສະຣາ ແລະກວາງ ວັນນະປິຍະ ຢາກວ່າເປັນສາວຫວານທີ່ໜ້າຄ້າຍຄືກັນທີ່ສຸດ ຖ້າເຫັນຄົນດຽວກໍມັກຈະຫຼົງກັນວ່າກວາງເປັນດິວ ແລະດິວເປັນກວາງ ກໍ່ມັນຄ້າຍກັນຂະໜາດນັ້ນບໍ່ໃຫ້ຫຼົງໄດ້ຈັ່ງໃດ

    ທັງສອງເກີດຄົນລະປີ ແຕ່ໄດ້ມາເປັນໝູ່ກັນ ມີໜ້າຕາຄ້າຍຄືກັນແຖມຍັງມາໄປໃສມາໃສນຳກັນຈົນຫຼາຍຄົນທັກວ່າເປັນຝາແຝດບໍ ຫຼື ເປັນເອື້ອຍນ້ອງຮ່ວມສາຍເລືອດ ເຊິ່ງຄວາມຈີງແລ້ວເປັນຄົນທີ່ເກີດຄົນລະຈັງຫວັດກັນເລີຍ.

    ໂດຍສາວກວາງ ເປັນນັກສະແດງ ແລະນາງແບບຊາວຈັງຫວັດເລີຍ ສ່ວນສາວດິວ ວ່າທີ່ແມ່ປ້າຍແດງແມ່ນເປັນນັກສະແດງ ເປັນຄົນທີ່ເກີດຢູ່ຈັງຫວັດສິງບູຣີ.

    ຕ່າງຄົນຕ່າງເຂົ້າວົງການມາດ້ວຍວິທີທີ່ແຕກຕ່າງກັນ ເຊິ່ງສາວກວາງມາດ້ວຍຕຳແໜ່ງຮອງຊະນະເລີດເດີເຟສໄທແລນຊີຊັ່ນສອງ ຜູ້ໃຫຍ່ຈັ່ງໃຫ້ມາເຊັນສັນຍາເປັນນັກສະແດງໃນບໍລິສັດກັນຕະນາ

    ສ່ວນ ດິວແມ່ນເຂົ້າວົງການດ້ວຍການເປັນນາງແບບ ຖ່າຍແບບລົງວາລະສານແຟຊັ່ນ ຈາກນັ້ນຈິ່ງກ້າວເຂົ້າສູ່ງານລະຄອນ

    ແຕ່ທັງສອງສາວກໍ່ໂຄຈອນມາພໍ້ກັນເປັນເພື່ອຊີ້ກັນຍ້ອນຢູ່ໃນວົງການດຽວກັນ ແລະມີຄົນທັກຫຼາຍວ່າເປັນຝາແຝດນັ້ນເອງ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.