ເປີດລາຍໄດ້ ລາຍການໂຫນກະແສ ໜຸ່ມ ກັນໄຊ ຂອບໃຈທຸກຄົນທີ່ໄວ້ໃຈ

    0
    425

    ກາຍເປັນພິທີກອນຊື່ດັງທີ່ເປັນທີ່ຮັກແລະຮູ້ຈັກໄປທົ່ວບ້ານທົ່ວເມືອງສຳຫຼັບ “ໜຸ່ມ ກັນໄຊ” ກັບລາຍການ ທີ່ເປັນທີ່ໃຫ້ຄວາມສົນໃຈຢ່າງຫຼວງຫຼາຍໃນຂະນະນີ້ແລ້ວ ຕ້ອງບອກເລີຍວ່າສຳຫຼັບໜຸ່ມເປັນຄົນບັນເທິງທີ່ເອີ້ນໄດ້ວ່າ

    ເປັນຄົນຄຸນນະພາບຂອງວົງການບັນເທິງເລີຍກໍ່ວ່າໄດ້ເພາະເຂົາຄົນນີ້ ມີຜົນງານໃນວົງການມາແລ້ວນັບບໍ່ຖ້ວນ ແຖມຍັງເປັນຄົນທີ່ມາກຄວາມສາມາດ ບໍ່ວ່າຈະເປັນການຮ້ອງເພງງານສະແດງທີ່ເຈົ້າຕົວ

    ໄດ້ເຄີຍໂຊຝີມືໄວ້ໃນຜົນງານໜັງ ແລະ ລະຄອນຫຼາຍເລື່ອງ ແລະ ລ່າສຸດກໍ່ເໝືອນວ່າຈະຕ້ອງປ່ຽນ ຕົວເອງ ແລະ ນຳສະເໜີອີກມຸມຂອງຕົວເອງຕ້ອງນີ້ງຂຶ້ນ ນັ້ນກໍ່ຄືງານພິທີກອນລາຍການດັງນັ້ນເອງ ແລະ ນັບວ່າເປັນ

    ລາຍການທີ່ເປັນຄວາມຫວັງຂອງປະຊາຊົນເປັນຈຳນວນຫຼວງຫຼາຍເພາະບໍ່ວ່າໃຜທີ່ກ້າວເຂົ້າມາລາຍການນີ້ຈະຕ້ອງ ເປັນຄົນທີ່ເວົ້າຄວາມຈິງທັງໝົດເນື່ອງຈາກຄຳຖາມທາງດ້ານໜຸ່ມກັນໄຊຈະເປັນຄຳຖາມທີ່ຂ້ອນຂ້າງຈະ

    ເປັນເລື່ອງທີ່ທາງບ້ານຢາກຮູ້ແລະຕ້ອງການທີ່ຈະນຳສະເໜີແຕ່ຄວາມຈິງ ຈຶ່ງເຮັດໃຫ້ຫຼາຍຄົນເຖິງກັບຕ້ອງຍອມຮັບ ວ່າຕົນເປັນຄົນຜິດ ຈາກລາຍການນີ້ມາຫຼາຍຄົນແລ້ວ ເຊິ່ງທາງດ້ານໜຸ່ມເອງເຈົ້າຕົວກໍ່ໄດ້ບອກວ່າ ຄວາມຈິງແລ້ວ

    ລາຍການຂອງຕົນ ບໍ່ຈຳເປັນຕ້ອງກຽມຄຳຕອບ ຫຼື ເຮັດວຽກບ້ານມາ ພຽງແຕ່ເວົ້າຄວາມຈິງຖ້າເປັນຄວາມຈິງ ຕັ້ງແຕ່ທຳອິດ ກໍ່ຈະບໍ່ມີໃຜເຮັດຫຍັງເຮົາໄດ້ ແລະ ທີ່ຫຼາຍຄົນອາດຈະບໍ່ຮູ້ວ່າລາຍການນີ້ເປັນລາຍການຂອງພິທີກອນຊື່ດັງ

    ຄົນນີ້ເອງ ທີ່ເຮັດຮ່ວມກັບພັນລະຍາ ຫຼັງຈາກທີ່ຕົນອອກຈາກຊ່ອງ ທີ່ເຄີຍຢູ່ ມາຢູ່ຊ່ອງນ້ອຍ ກໍ່ໄດ້ນຳລາຍການນີ້ມາເຮັດອີກດ້ວຍ ແລະບໍ່ເຄີຍຄິດວ່າ ຈະມີຄົນມັກ ແລະ ໃຫ້ຄວາມສົນໃຈຫຼາຍຂະໜາດນີ້ ເຮັດໃຫ້ຕໍ່ປີ ໄດ້ຫຼາຍກ່ວາເຈັດຫຼັກເລີຍທີດຽວ

    ແຖມຍັງເຮັດໃຫ້ຊ່ອງຫຼາກສີ ມີຄົນເບິ່ງຫຼາຍຂຶ້ນບໍ່ນ້ອຍເລີຍທີດຽວ ຕ້ອງຍົກໃຫ້ເປັນລາຍການ ທີ່ມີຄົນມັກ ເປັນອັນດັບຕົ້ນໆເລີຍ ລາຍການ “ໂຫນກະແສ” ລາຍໄດ້ຈະສຸດປັງເທົ່າໃດ ?

    ເຊິ່ງໂຫນກະແສ ເປັນລາຍການທີ່ຜະລິດໂດຍ ບໍລິສັດ ດີຄືນດີວັນ ຈຳກັດ ເຊິ່ງມີ ໜຸ່ມ ກັນໄຊ ກຳເນີດພອຍ ແລະ ນາງປະທິດາ ກຳເນີດພອຍ(ເມ ເຟື້ອງອາລົມ) ເປັນກຳມະການບໍລິສັດ

    ບໍລິສັດດີຄືນດີວັນ ຈຳກັດ ເປັນບໍລິສັດທີ່ຮັບຜະລິດລາຍການວາໄລຕີ້ ແລະ ລະຄອນອີກດ້ວຍ ໂດຍເນັ້ນລະຄອນຊ່ອງ 8 ເປັນຫຼັກ ສຳຫຼັບລາຍການ ”ໂຫນກະແສ” ໄດ້ຮັບຄວາມນິຍົມຫຼາຍຂຶ້ນທຸກປີ ໂດຍເບິ່ງຈາກລາຍໄດ້ທີ່ເພີ່ມຂຶ້ນ

    ແລະໃນປີ 2563 ເຮັດລາຍໄດ້ເຖິງ 71 ລ້ານບາດ ແລະ ມີຜົນກຳໄລ 6 ລ້ານບາດ ໃນສ່ວນງົບການເງິນປີ 2564 ທີ່ຜ່ານມາ ຄາດການກັນວ່າຈາກເລດຕິ້ງຂອງລາຍການທີ່ສູງຂຶ້ນ ລາຍໄດ້ແລະກຳໄລກໍ່ໜ້າຈະພຸ່ງສູງຕາມຢ່າງແນ່ນອນ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.