“ເດີນທາງປອດໄພເດີນ້ອງໆ ” ຕັ້ງໃຈເຮັດວຽກຫາເງິນມາສ້າງສາຄອບຄົວເຮືອນຊານໃຫ້ມີຊີວິດທີ່ດີຂື້ນ, ນຳເອົາຄວາມຮູ້ຄວາມສາມາດມາພັດທະນາບ້ານເມືອງເຮົາ ✌️✌️✌️
(ແອັດມິນ) ນຳເອົາພາບບັນຍາກາດການເດີນທາງຂອງແຮງງານທີ່ໄປເຮັດວຽກຢູ່ປະເທດເກົາຫລີໂດຍຜ່ານລະບົບອະນຸຍາດການຈ້າງງານ(E-9), ສູນບໍລິການຈັດຫາງານ ໄດ້ຈັດສົ່ງ ແຮງງານຈຳນວນທັງຫມົດ 76 ຄົນເດີນທາງໃນວັນທີ່ 28. 4. 2022 ທີ່ສະຫນາມບິນວັດໄຕ.
ຂັ້ນການກວດກາຂອງສູນບໍລິການຈັດຫາງານໃນສະຫນາມບິນມີຄື: ການກວດກະເປົາສຳພາລະຂອງແຮງງານວ່າມີການນຳສິ່ງຕ້ອງຫ້າມໄປນຳຫລືບໍ່ ຫລື ສິ່ງຂອງທີ່ຕ້ອງໄດ້ແຈ້ງລ່ວງຫນ້າຢູ່ສະຫນາມບິນຕົ້ນທາງມີຫຍັງແນ່, ການຝຶກອົບຮົມກ່ອນຂື້ນໄປດ່ານກວດຄົນອອກເມືອງ(ການຕິດຕັ້ງແອພຕ່າງໆທີ່ທາງເກົາຫລີໃຫ້ຕິດຕັ້ງລ່ວງຫນ້າ, ຄວາມຮູ້ຮອບຕົວຕ່າງໆທີ່ຈຳເປັນຕໍ່ກັບແຮງງານທີ່ຫາກໍຂື້ນຍົນ
ເປັນຄັ້ງທຳອິດ ) , ພ້ອມທັງ ຫວັງວ່າຈະເຫັນຊາວຫນຸ່ມລາວ ຈຳນວນຫລາຍທີ່ກຳລັງຊອກວຽກມາສະຫມັກ ແລະ ເດີນທາງໄປເຮັດວຽກຢູ່ເກົາຫລີໂດຍຜ່າລະບົບອະນຸຍາດການຈ້າງງານໃນຈຳນວນທີ່ຫລາຍຂື້ນເລື້ອຍໆ.
ໝາຍເຫດ: ສອບຖາມຂໍ້ມູນເພີ່ມເຕີ່ມໄດ້ທີ່ເບີ 021 250993, 020 99270102 (ສຳລັບໂມງລັດຖະການ)