ເປັນເລື່ອງລາວທີ່ໜ້າຊື່ນຊົມ ແລະ ເຮັດດ້ວຍຫົວໃຈທີ່ຢາກຊ່ວຍເຫຼືອ ມື້ນີ້ເຮົາຈະມາຕິດຕາມເລື່ອງລາວຂອງອະດີດເຊບໜຸ່ມໄຟແຮງປະຈຳໂຮງແຮມຫຼູລະດັບ 5 ດາວໃນອິນເດຍມີໂອກາດໂລດແລ່ນໂກອິນເຕີໄປຕ່າງປະເທດກ່ອນສຸດທ້າຍພົບຈຸດປ່ຽນ ເມື່ອພົບຄົນທຸກຍາກແຖວບ້ານເກີດ ບໍ່ມີແມ່ນແຕ່ເຂົ້າກິນປະທັງຊີວິດ ບໍ່ລັງເລຕັດສິນໃຈຖິ້ມຖາມແລະອະນາຄົດ ເພື່ອຕັ້ງຕົວອຸທິດຕົນຊ່ວຍເຫຼືອຢ່າງສຸດກຳລັງ
ເລື່ອງລາວທີ່ເຮົາຈະນຳສະເໜີຕໍ່ໄປນີ້ ເປັນເລື່ອງລາວຂອງເຊບໜຸ່ມ ນາມວ່າ “ນາລາຍານານ” ທີ່ເຂົາຝີມືດີຈົນໄດ້ມີໂອກາດ ຍ້າຍໄປເຮັດວຽກໃນໂຮງແຮມສຸດຫຼູໃນສະວິດເຊີແລນ ເວົ້າໄປກໍ່ເໝືອນຍິ່ງກ່ວາຝັນ ທີ່ຈະໄດ້ໄປເຮັດວຽກຕ່າງປະເທດອະນາຄົດໄກ ແຕ່ແລ້ວເຂົາກໍ່ເລືອກທີ່ຈະບໍ່ໄປຕ່າງປະເທດ
ເພາະກັບບ້ານເກີດ ພູມລຳເນົາເດີມເມືອງທີ່ພໍ່ແມ່ອາໄສຢູ່ ທາງຕອນໃຕ້ຂອງອິນເດຍ ແລະໄດ້ແວ່ວັດແຫ່ງໜຶ່ງໃນເມືອງມາດູລາຍ ເຂົາບັງເອີນຜ່ານໄປເຫັນຊາຍຊະລາບໍ່ມີເຮືອນ ກຳລັງກິນຂີ້ເຫຍື້ອປະທັງຊີວິດ ຈຶ່ງຮີບແລ່ນໄປຊື້ອາຫານມາໃຫ້ຊາຍຊະລາຄົນນັ້ນ
ພາບທີ່ເຫັນສ້າງຄວາມສະເທືອນໃຈໃຫ້ເຂົາຢ່າງແຮງ ເຂົາຈຶ່ງຕັດສິນໃຈຖິ້ມອະນາຄົດອັນສົດໃສ ແລ້ວ ອຸທິຕົນດູແລ ແລະ ເຮັດອາຫານລ້ຽງດູຄົນຍາກຈົນ ທີ່ບໍ່ສາມາດດູແລຕົວເອງໄດ້ ເຖິງພໍ່ແມ່ຈະບໍ່ເຫັນດີນຳໃນການເລືອກທາງເດີນໃນຄັ້ງນີ້ກໍ່ຕາມ ກ່ອນເດີນທາງເລາະແຈກອາຫານໃຫ້ຄົນບໍ່ມີເຮືອນ ແລະ ສ່ວນໃຫຍ່ເປັນຄົນຊະລາທີ່ຖືກລູກຫຼານທອດຖິ້ມ ໂດຍເຂົາໄດ້ເດີນທາງໄກກ່ວາ 200 ກິໂລແມັດ ແຈກອາຫານໝົດແລ້ວຄ່ອຍກັບ ເຮັດແບບນີ້ມາຕະຫຼອດມາດົນນານນັບຫຼາຍສິບປີ
ເຂົາກ່າວວະລີເດັດ “ຄວາມຫິວໂຫຍຂອງຜູ້ຄົນ ເປັນແຮງໃຈໃນການເຮັດອາຫານແຈກ ຂ້ອຍມີຄວາມສຸກທຸກຄັ້ງທີ່ໄດ້ຊ່ວຍເຫຼືອຄົນທີ່ລຳບາກ ແລະ ຂ້ອຍກໍ່ຈະເຮັດມັນຕໍ່ໄປ ເພາະຂ້ອຍຮູ້ພວກເຂົາຕ້ອງການຂ້ອຍ” ເຂົາບໍ່ເຄີຍນັບວ່າຊ່ວຍໃຫ້ຜູ້ຄົນອີ່ມທ້ອງໄປຢ່າງຫຼວງຫຼາຍເທົ່າໃດ ໂດຍຜູ້ສື່ຂ່າວໃນພື້ນທີ່ໄດ້ປິເມີນວ່າເຂົາຊ່ວຍລ້ຽງອາຫານ ຄົນທຸກຍາກໄປແລ້ວກ່ວາ 2 ລ້ານມື້ ໃນເວລາຕໍ່ມາເຂົາກາຍເປັນຄົນດັງ
ແລະໄດ້ຮັບຍົກຍ້ອງ CNN ໃຫ້ເປັນ 1 ໃນ 10 CNN ວີລະບຸລຸດແຫ່ງຊາດ ແລະ ຕໍ່ມາໄດ້ລາງວັນດ້ານມະນຸດທຳລະດັບໂລກໃນປີ 2014 ນອກຈາກນີ້ ເຂົາຍັງເປັນນັກສ້າງແຮງບັນດານໃຈ ເທິງເວທີ TED Talks ຫຼາຍຄັ້ງຫຼາຍຄາວ
ຢ່າຊັງຄົນທີ່ອິດສາເຈົ້າ ແຕ່ຈົ່ງໃຫ້ກຽດທີ່ເຂົາອິດສາເຈົ້າ ເພາະວ່າເຂົາເປັນໜຶ່ງໃນຄົນທີ່ຄິດວ່າ…ເຈົ້າດີກ່ວາເຂົາ