ລອດຕາຍຫວຸດຫວິດ ຜູ້ຕິດເຊື້ອໂຄວິດຟື້ນທັນເວລາ ຫລັງຖືກຫໍ່ໃນຖົງໃສ່ສົບກຽມເຂົ້າເຕົາຈູດ

    0
    438

    ຜູ້ຕິດເຊື້ອໂຄວິດ-19 ຄົນໜຶ່ງຈາກໂຮງໝໍຜູ້ສູງອາຍຸໃນຊຽງໄຮ້ ໄດ້ຮັບການຊ່ວຍເຫລືອທັນເວລາ ກ່ອນທີ່ສົບຂອງລາວຈະຖືກເອົາຂຶ້ນລົດເພື່ອສົ່ງໄປເຕົາຈູດ ເພາະເຈົ້າໜ້າທີ່ທີ່ມາຮັບສົບສັງເກດເຫັນວ່າ ຖົງທີ່ໃສ່ສົບຂອງລາວເໜັງໄດ້ເອງ.

    ທາງການຈີນກຳລັງດຳເນີນການສອບສວນເຈົ້າໜ້າທີ່ທີ່ກ່ຽວຂ້ອງໃນໂຮງໝໍຜູ້ສູງອາຍຸແຫ່ງໜຶ່ງໃນຊຽງໄຮ້ ຫລັງຈາກມີຜູ້ໂພສຄລິບບັນທຶກເຫດການພົບຜູ້ເສຍຊີວິດຈາກພະຍາດໂຄວິດ-19 ຟື້ນຂຶ້ນມາກ່ອນຖືກສົ່ງໄປຈູດລົງໃນໂຊຊຽວມີເດຍ.

    ເຫດການດັ່ງກ່າວມີຜູ້ບັນທຶກວິດີໂອ ແລະ ເອົາໄປໂພສລົງໃນໂຊຊຽວມີເດຍຂອງຈີນເຊັ່ນ: ໂຕ່ວອິນ ຫລື ຕິກຕັອກເວີຊັນຈີນ ໂດຍໃນຄລິບຈະເປັນຮູບຂອງເຈົ້າໜ້າທີ່ໃນຊຸດພີພີອີກຳລັງຈັບຖົງໃສ່ສົບສີເຫລືອງອອກຈາກລົດບັນທຸກສົບ ແລະ ຮູດຊິບທາງໜ້າອອກແລ້ວພົບວ່າ ຊາຍທີ່ຢູ່ໃນຖົງຍັງບໍ່ຕາຍ ເຈົ້າໜ້າທີ່ຈຶ່ງເອີ້ນໃຫ້ຄົນຈາກໂຮງໝໍດັ່ງກ່າວມາກວດສອບ “ສົບ”.

    ໃນຄລິບຈະມີສຽງຂອງໜຶ່ງໃນເຈົ້າໜ້າທີ່ຮັບສົບ ຮ້ອງໃຫ້ທີມງານມາກວດເບິ່ງຮ່າງໃນຖົງໃສ່ສົບເສຍຊີວິດແລ້ວແທ້ ຫລື ບໍ່. ນອກຈາກນີ້ຍັງຮ້ອງວ່າ: “ລາວຍັງຫາຍໃຈຢູ່ ບໍ່ເຫັນລາວເໜັງຫວາ”

    ຕໍ່ມາ ເຈົ້າໜ້າທີ່ໄດ້ຮູດຊິບຖົງອອກ ພ້ອມດຶງແຜ່ນຄຸມຫົວ “ສົບ” ອອກມາ ແລ້ວພົບວ່າຊາຍໃນຖົງສົບຍັງມີຊີວິດຢູ່ແທ້ໆ ຫລັງຈາກນັ້ນລາວກໍເວົ້າວ່າ: ຊາຍຄົນດັ່ງກ່າວຍັງບໍ່ຕາຍ ແລະ ຫ້າມຄຸມໜ້າຂອງລາວອີກ ແລ້ວຈຶ່ງນຳເອົາຮ່າງຂອງຜູ້ປ່ວຍຂຶ້ນຕຽງຄົນເຈັບແລ້ວຊຸກກັບເຂົ້າໄປໃນໂຮງໝໍ.

    ເຈົ້າໜ້າທີ່ທາງການຂອງເທດສະບານຜູ່ຖົວ ເມືອງຊຽງໄຮ້ ຢືນຢັນວ່າ: ເຈົ້າໜ້າທີ່ຂອງໂຮງໝໍດັ່ງກ່າວໄດ້ນຳຮ່າງຂອງຊາຍຜູ້ປ່ວຍດັ່ງກ່າວບັນຈຸລົງໃນຖົງໃສ່ສົບແທ້ ແລະ ກຽມໃຫ້ມີການຈູດສົບລາວໃນພາຍຫລັງ.

    ຫລັງຈາກນຳສົ່ງໂຮງໝໍເພື່ອກວດສຸຂະພາບເພີ່ມຕື່ມແລ້ວ ຜູ້ປ່ວຍທີ່ລອດຕາຍຢ່າງຫວຸດຫວິດກໍມີອາການດີຂຶ້ນ ແລະ ຖືວ່າຢູ່ໃນຂັ້ນທີ່ປອດໄພແລ້ວ.

    ເຈົ້າໜ້າທີ່ຈາກໂຮງໝໍຖະແຫລງຂໍອະໄພທີ່ຈັດການຜູ້ປ່ວຍຢ່າງຜິດພາດ, ສ່ວນໂຄສົກຂອງໂຮງໝໍຊີ້ແຈງວ່າ: ກຳລັງຮ່ວມມືກັບເຈົ້າໜ້າທີ່ປະຈຳເຂດຜູ່ຖົວ ເພື່ອສືບສວນເຫດການທີ່ເກີດຂຶ້ນເມື່ອວັນທີ 1 ພຶດສະພາ 2022 ດັ່ງທີ່ປາກົດໃນຄລິບໄວຣັລ.

    ປັດຈຸບັນ ຊຽງໄຮ້ຍັງຢູ່ພາຍໃຕ້ການຄວບຄຸມຢ່າງເຂັ້ມງວດຂອງລັດຖະບານຈີນ ເພື່ອສະກັດກັ້ນການລະບາດຂອງພະຍາດໂຄວິດ-19, ເຖິງຢ່າງໃດກໍຍັງມີລາຍງານຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນເປັນຈຳນວນນັບພົນຄົນໃນແຕ່ລະວັນ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.