ເພາະວ່າອາຍຸບໍ່ແມ່ນອຸປະສັກຕໍ່ຄວາມສໍາເລັດ ເຊັ່ນດຽວກັນກັບຜູ້ຊາຍໄວຫນຸ່ມຜູ້ທີ່ເລີ່ມຕົ້ນຈາກ ສູນແຕ່ບໍ່ທໍ້ຖອຍ ຕໍ່ສູ້ກັບອຸປະສັກຈົນກ່ວາລາວສາມາດລ້ຽງດູຄອບຄົວຂອງລາວ ແລະມີເງິນຫຼັກລ້ານໃນໄວພຽງແຕ່ 25 ປີ ສຳຫລັບເລື່ອງລາວຂອງຫນຸ່ມຄົນຫນຶ່ງ ທີ່ມີຊື່ວ່າ ທິລະພົນ ສາຍທອງ
ໂດຍໜຸ່ມຄົນດັງກ່າວໄດ້ໂພສຂໍ້ຄວາມວ່າ ອາຊີບນີ້ສຳຫລັບຂ້ອຍແມ່ນດີໃດ ແຕ່ບາງຄົນກໍ່ບອກວ່າບໍ່ດີ ແຕ່ກະຢ່າເຂົາ ເຮັດບໍ່ດີ ແລ້ວໄດ້ເງິນເປັນແສນເປັນລ້ານ
ແລະລ້ຽງຄອບຄົວໃຫ້ມີຄວາມສຸກ ມີເງິນເກັບ ບໍ່ມີໜີ້ ບໍ່ມີສິນ ຂ້ອຍຈະນັ່ງເຮັດສິ່ງນີ້ທຸກໆມື້ເລີຍ
ໜຸ່ມ ລ້ຽງງົວ ໄດ້ອອກມາໂພດໃຫ້ແງ່ຄິດ ແລະ ແນວຄວາມຄິດທີ່ດີ ໂດຍຜ່ານງານເຟສບຸກສ່ວນຕົວໂດຍການລົງທືນແລະກາຍເປັນເລື່ອງທີ່ໃຫ້ກໍາລັງໃຈ
ໂດຍເຈົ້າຕົວໄດ້ລະບຸຂໍ້ຄວາມວ່ານີ້ແມ່ນຄວາມຄິດທີ່ດີທີ່ເອົາມາຝາກ
ໄປອ່ານມາ ຖ້າສົມມຸດວ່າຂ້ອຍມີເງິນ 3 ແສນບາດ ຖ້າເອົາໄປດາວລົດ 1 ຄັນ
ຂ້ອຍຕ້ອງຈ່າຍເດືອນລະ 8,000-10,000 ເປັນເວລາ 4-5 ປີ (ເຂົາເອີ້ນວ່າໜີ້-ນິ-ສິນ-ນ)
ແຕ່ຖ້າເອົາເງິນນັ້ນມາຊື້ງົວ ຈະໄດ້ງົວ 7-10 ໂຕ ແລະ ແຕ່ລະປີຈະໄດ້ລູກງົວອີກ 7-10 ໂຕ (ອັນນີ້ເຂົາເອີ້ນວ່າຊັບສິນ)
ແລະ ຖ້າເຮົາສົມທຽບກັບເວລາ 5 ປີ ຂ້ອຍຈະເອົາລູກງົວໄປຂາຍແລ້ວກໍຊື້ລົດ ແລະມື້ນັ້ນຂ້ອຍຈະມີທັງລົດແລະງົວ ທັງໆທີ່ວ່າເປັນເງິນລົງທຶນກ້ອນດຽວກັນ
ທຸກມື້ນີ້ ຂ້ອຍບໍ່ຕ້ອງເຮັດຫຍັງຫຼາຍ ພຽງແຕ່ນັ່ງແລະນອນຢູ່ໃນປ່າໃນພູເຂົາ ກໍມີຄົນເອົາເງິນເປັນກ້ອນມາໃຫ້
ແລ້ວທີ່ວ່າບາບ ເຈົ້າຍັງກິນຊີ້ນຫມູ, ກິນປາ, ກິນໄກ່, ກິນກຸ້ງ, ກິນປາມຶກ ຍັງຕົບຍຸງ ຢູ່ບໍ? ຂ້ອຍບໍ່ສົນໃຈໂລກດອກ ວ່າຈະເວົ້າຫຍັງ? ຂ້ອຍສົນແຕ່ວ່າໃຫ້ຄອບຄົວຂອງຂ້ອຍໄດ້ຢູ່ແບບມີຄວາມສຸກກາພໍ