ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ອອກບົດລາຍງານສະພາບອາກາດ ເລກທີ 0509/ກອຕທ, ລົງວັນທີ 3 ພຶດສະພາ 2022 ຄາດຄະເນສະພາບອາກາດ ໃນໄລຍະວັນທີ 2 ຫາ 8 ພຶດສະພາ 2022 ວ່າ: ໃນໄລຍະວັນທີ 2 ຫາ 5 ພຶດສະພານີ້ ມວນອາກາດເຢັນທີ່ປະເທດຈີນ ຈະມີກຳລັງອ່ອນ ຫາ ປານກາງແຜ່ລົງມາປົກຄຸມຢູ່ທຸກພາກຂອງປະເທດລາວອີກເທື່ອໃໝ່, ສົມທົບກັບກະແສລົມຕາເວັນອອກ – ຕາເວັນອອກສ່ຽງໃຕ້ ພັດປົກຄຸມເປັນສ່ວນໃຫຍ່, ຊື່ງຈະເຮັດອຸນຫະພູມອາກາດຫຼຸດລົງເລັກນ້ອຍ ແລະ ໃຫ້ມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ຢູ່ບາງທ້ອງຖິ່ນແຂວງພາກໃຕ້.
ຈາກນັ້ນວັນທີ 6 ຫາ 8 ພຶດສະພາ 2022 ຄວາມກົດດັນອາກາດສູງຂອງອາກາດເຢັນຈະອ່ອນກໍາລັງລົງປົກຄຸມຢູ່ທຸກພາກຂອງປະເທດລາວ,ສອງກະແສລົມຕາເວັນຕົກ ແລະ ລົມເວັນຕາເວັນອອກສ່ຽງໃຕ້ ພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດຮ້ອນຂຶ້ນ ພ້ອມມີໝອກແຫ້ງປົກຫຸ້ມໃນຕອນກາງເວັນ ແລະ ຈະມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ, ຟ້າຮ້ອງ – ຟ້າເຫຼື້ອມ ແລະ ຟ້າຜ່າ ພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້, ເສົາໄຟຟ້າ, ປ້າຍໂຄສະນາ ຫັກລົ້ມ ແລະ ຫຼັງຄາເຮືອນເປ່ເພໄດ້ໃນໄລຍະນີ້. ຄາດຄະເນສະພາບອາກາດ ໃນແຕ່ລະພາກດັ່ງລຸ່ມນີ້:
ພາກເໜືອດ້ານຕາເວັນອອກ: ໃນໄລຍະວັນທີ 2 ຫາ 5 ພຶດສະພາ ອາກາດໜາວເຢັນ ແລະ ຈະຝົນຕົກຟ້າຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນຢູ່ບາງທ້ອງຖິ່ນ. ຈາກນັ້ນວັນທີ 6 ຫາ 8 ພຶດສະພາ ອາກາດຈະຮ້ອນຂຶ້ນຈະມີຝົນຕົກຟ້າຮ້ອງ – ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມຕໍ່າສຸດ 15 – 17 ອົງສາ ແລະ ສູງສຸດ 29 – 31 ອົງສາ.
ພາກເໜືອດ້ານຕາເວັນຕົກ: ໃນໄລຍະວັນທີ 2 ຫາ 5 ພຶດສະພາ: ອາກາດໜາວເຢັນພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ຈາກນັ້ນວັນທີ 6 ຫາ 8 ພຶດສະພາ ອາກາດຈະຮ້ອນຂຶ້ນ ພ້ອມມີໝອກແຫ້ງປົກຫຸ້ມໃນຕອນກາງເວັນ ແລະ ຈະມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມຕໍ່າສຸດ 21 – 23 ອົງສາ ແລະ ສູງສຸດ 34 – 36 ອົງສາ.
ພາກກາງ: ໃນໄລຍະວັນທີ 2 ຫາ 5 ພຶດສະພາ ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົ້າ. ຈາກນັ້ນວັນທີ 6 ຫາ 8 ພຶດສະພາ ອາກາດຈະຮ້ອນຂຶ້ນໃນຕອນບ່າຍ ແລະ ຈະມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົຫໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ອຸນຫະພູມຕໍ່າສຸດ 21 – 23 ອົງສາ ແລະ ສູງສຸດ 34 – 36 ອົງສາ.
ສຳລັບແຂວງໄຊສົມບູນ: ອາກາດໜາວເຢັນ ແລະ ຈະມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ອຸນຫະພູມຕໍ່າສຸດ 15 – 17 ອົງສາ ແລະ ສູງສຸດ 28 – 29 ອົງສາ.
ພາກໃຕ້: ໃນໄລຍະວັນທີ 2 ຫາ 8 ພຶດສະພາ ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີໝອກແຫ້ງປົກຫຸ້ມໃນຕອນກາງເວັນ ແລະ ຈະມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປາກາງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ອຸນຫະພູມຕໍ່າສຸດ 21 – 23 ອົງສາ ແລະ ສູງສຸດ 34 — 36 ອົງສາ.
ສຳລັບເຂດພູພຽງບໍລະເວນ ອາກາດໜາວເຢັນ ໃນຕອນເຊົ້າ ແລະ ຈະມີຝົນຕົກຟ້າຮ້ອງ-ຟ້າຫຼື້ອມໃນລະດັບຄ່ອຍ ຫາ ປານກາງພ້ອມມີລົມພັດແຮງຢູ່ບາງບໍລິເວນ ອຸນຫະພູມຕໍ່າສຸດ 16- 18 ອົງສາ ແລະ ສູງສຸດ 25 – 27 ອົງສາ.
ນະຄອນຫຼວງວຽງຈັນ: ໃນໄລຍະວັນທີ 2 ຫາ 5 ພຶດສະພາ ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົ້າ, ພ້ອມມີໝອກແຫ້ງປົກຫຸ້ມໃນຕອນກາງເວັນ. ຈາກນັ້ນໄລຍະວັນທີ 6 ຫາ 8 ພຶດສະພາ ຈະມີຝົນຕົກໃນລະດັບຄ່ອຍຫາປານກາງ ພ້ອມມີລົມພັດແຮງຢູ່ບາງບໍລິເວນ.