ຊີ້ແຈງ ເຫດລົດໄຖນາ ຢຽບລະເບີດຂະນະໄຖດິນ ຄົນຂັບໄດ້ຮັບບາດເຈັບສາຫັດຂາຂວາຫັກ

    0
    907

    ລົດໄຖນາ ຍຽບລະເບີດຂະນະໄຖ່ດິນ ຄົນຂັບໄດ້ຮັບບາດເຈັບສາຫັດຂາຂວາຫັກ

    ຂ່າວສານຕ່າງປະເທດລາຍງານວ່າ ໃນວັນທີ 29 ເມສາ 2022 ລົດໄຖ່ນາໄດ້ຍຽບກັບລະເບີດທີ່ ແຂວງພະວິຫານ ທີ່ຈຸດໂອເຊີງໃກ້ກັບໝູ່ບ້ານໃນເມືອງກັນຕວດ ປະເທດກຳປູເຈຍ ເຊີ່ງຜູ້ໄດ້ຮັບບາດເຈັບເປັນຊາຍອາຍຸປະມານ 43 ປີ

    ທີ່ມີອາຊີບຮັບຈ້າງໄຖ່ດິນ ຈາກລາຍງານຜູ້ເຫັນເຫດການບອກວ່າ ຊາຍຄົນນີ້ໄດ້ໄປຮັບຈ້າງໄຖ່ດິນ ແລະ ລາວໄດ້ພົບລູກລະເບີດທຳອິດ ແລະ ໄດ້ແຈ້ງເຈົ້າຂອງດິນໃຫ້ຮູ້ ພ້ອມທັງໝາຍປັກທົງແດງໄວ້ເພື່ອແຈ້ງພິກັດອັນຕະລາຍ

    ແລະ ຕໍ່ມາລາວໄດ້ໄຖ່ດິນຕໍ່ບັງເອີນລົດໄຖ່ໄດ້ໄປຍຽບກັບລະເບີດລູກທີ່ 2 ຄວາມຮຸ່ນແຮງເຮັດໃຫ້ລົດໄຖ່ໄດ້ຮັບຄວາມເສຍຫາຍເປເພດັ່ງໃນຮູບ ຈົນເຮັດໃຫ້ຄົນຂັບຂາຂວາຫັກ

    ແລະ ໄດ້ຮັບບາດເຈັບທີ່ຫົວແບບຮຸ່ນແຮງ ແລະ ຖືກສົ່ງໄປໂຮງໝໍແຂວງເຂົ້າຫ້ອງສຸກເສີນທັນທີ່

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.