ບໍລິສັດໝີ່ສຳເລັດຮູບລາຍໃຫຍ່ຂອງໄທ ແຈ້ງປັບລາຄາຂຶ້ນ ຫຼັງຕົ້ນທຶນການຜະລິດສູງ

    0
    327

    ແຫລ່ງຂ່າວຈາກ ປະຊາຊາດ ຂອງໄທ ລາຍງານວ່າ: “ມາມ່າ” ແຈ້ງປັບຂຶ້ນລາຄາຂາຍສົ່ງ ຍ້ອນສາເຫດຕົ້ນທຶນ “ຄ່າຂົນສົ່ງ-ແປ້ງ-ນ້ຳມັນພືດ” ເພີ່ມຂຶ້ນບໍ່ຢຸດ ຄາດວ່າຕົ້ນເດືອນພຶດສະພາ ລາຄາຂາຍຍ່ອຍປັບຕາມ ຖົງລະ 0.50 – 1 ບາດ ຫຼື ປະມານ 400 ກີບ

    ບໍລິສັດ ຊັບພລາຍເອີ ໝີ່ສຳເລັດຮູບລາຍໃຫຍ່ ບໍລິສັດ ໄທເພຣຊິເດັ້ນຟູ້ດ ຈຳກັດ (ມະຫາຊົນ) ຜູ້ຜະລິດໝີ່ເຄິ່ງສຳເລັດຮູບກາ ມາມ່າ ໄດ້ທະຍອຍແຈ້ງການປັບຂຶ້ນລາຄາສິນຄ້າໄປຍັງຄູ່ຄ້າຕ່າງໆ ຫຼັງຈາກທີ່ພະຍາຍາມດຶງລາຄາມາຕັ້ງແຕ່ທ້າຍປີທີ່ຜ່ານມາ

    ໂດຍສິນຄ້າທີ່ມາມ່າແຈ້ງປັບລາຄາ ຫຼັກໆຈະເປັນກຸ່ມເສັ້ນສີເຫຼືອງ ເຊັ່ນ: ຣົດຕົ້ມຢຳກຸ້ງ, ຣົດໝູສັບ ເປັນຕົ້ນ ໂດຍມີການປັບລາຄາຂາຍສົ່ງເພີ່ມຂຶ້ນອີກ 2-3 ບາດ/ກ່ອງ (30 ຖົງ) ຫລື 10-14 ບາດ/ແກັດ (6 ກ່ອງ ຫລື 180 ຖົງ) ສ່ວນເສັ້ນຂາວ ເຊັ່ນ: ເສັ້ນໝີ່ນ້ຳໃສ ແລະ ມາມ່າ ຄັບ ຍັງບໍ່ມີການປັບລາຄາ

    ການປັບຂຶ້ນລາຄາຂາຍສົ່ງດັ່ງກ່າວຈະເຮັດໃຫ້ ລາຄາຂາຍມາມ່າປັບເປັນແກັດລະ 145 ບາດ ຈາກລາຄາເກົ່າ 143 ບາດ ແລະ ແກັດລະ 870 ບາດ ຈາກແຕ່ເກົ່າ 858 ບາດ ແລະ ໃນຕະຫລາດຈະເລີ່ມທະຍ່ອຍໃຊ້ລາຄາໃໝ່ນີ້ຕັ້ງແຕ່ຕົ້ນເດືອນພຶດສະພາ ທີ່ຈະເຖິງນີ້ເປັນຕົ້ນໄປ.

    ຂໍ້ມູນຈາກ: Lao Youth Radio FM 90.0 Mhz

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.