ເກີດເຫດ ອາຄານຕຶກ 6 ຊັ້ນຖະຫລົ່ມຢູ່ຈີນ ໃນເບື້ອງຕົ້ນຊ່ວຍອອກມາໄດ້5ຄົນ

    0
    219

    ອາຄານ 6 ຊັ້ນຖະຫລົ່ມຢູ່ຈີນ ໃນເບື້ອງຕົ້ນຊ່ວຍອອກມາໄດ້5ຄົນ

    ຂປລ.ສຳນັກຂ່າວAFP,ເມື່ອບໍ່ດົນມານີ້,ເກີດອາຄານສູງ 6ຊັ້ນ ເປັນທີ່ຕັ້ງ ໂຮງສາຍ ຮູບເງົາ ແລະ ຫ້ອງເຊົ່າ ໃນເມືອງຊາງຊາ ທາງພາກກາງຂອງຈີນ ເກີດເຫດຖະຫລົ່ມ ໃນເບື້ອງຕົ້ນ ເຈົ້າໜ້າທີ່ກູ້ໄພຈີນ ຊ່ວຍຊີວິດ ອອກມາໄດ້ 5ຄົນ

    ແລະ ເຈົ້າໜ້າທີ່ ເລັ່ງປະຕິບັດ ການຄົ້ນຫາ ແລະ ຊ່ວຍຊີວິດ ຜູ້ເຄາະຮ້າຍ ໃນຄັ້ງນີ້ ຢ່າງຮີບດ່ວນ.ກ່ອນໜ້ານີ້ ເກີດເຫດ ແກັສຮົ່ວ ຈົນລະເບີດ ເຮັດໃຫ້ ອາຄານ ຫລັງໜຶ່ງ ໃນເມືອງຊົງຊີ່ງ ພັງລົງມາ ເຮັດໃຫ້ມີ ຜູ້ເສຍຊີວິດ 12ຄົນ./. (ພາກຂ່າວ: ຕ່າງປະເທດ)

    ຮຽບຮຽງ​ຂ່າວ​ໂດຍ ສະ​ໄຫວ ລາດ​ປາກ​ດີ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.