ປີ 2022 ແຂວງສາລະວັນ ຈະອະໄພຍະໂທດໃຫ້ແກ່ນັກໂທດ 74 ຄົນ ວັນທີ 26 ເມສາ 2022 ທີ່ຫ້ອງວ່າການແຂວງສາລະວັນ, ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ, ປະທານຄະນະກຳມະການອະໄພຍະໂທດຂັ້ນແຂວງພ້ອມດ້ວຍຄະນະກຳມະການອະໄພຍະໂທດແຂວງ ແລະ ກອງເລຂາ ໄດ້ເຂົ້າຮ່ວມຄົ້ນຄວ້າການຫລຸດຜ່ອນໂທດ, ອະໄພຍະໂທດ ນັກໂທດ ໂດຍປີ 2022 ສະເໜີໃຫ້ອະໄພຍະໂທດນັກໂທດ 74 ຄົນ, ຍິງ 7 ຄົນ, ໃນນີ້ອະໄພຍະໂທດໂດຍການຫຼຸດຜ່ອນໂທດ 56 ຄົນ, ຍິງ 6 ຄົນ, ອະໄພຍະໂທດປ່ອຍຕົວ 18 ຄົນ, ຍິງ 1ຄົນ, ບໍ່ໄດ້ຮັບການໃຫ້ອະໄພຍະໂທດ 1 ຄົນ ເນື່ອງຈາກການປະກອບເອກະສານຈຳນວນໜຶ່ງບໍ່ຖືກຕ້ອງ.
ນອກນີ້ຍັງມີນັກໂທດທີ່ໄດ້ຮັບການອະໄພຍະໂທດປ່ອຍຕົວ ແລະ ສະເໜີປ່ອຍຕົວກ່ອນກຳນົດໂດຍມີເງື່ອນໄຂ (ໃນໄລຍະການແພ່ລະບາດຂອງພະຍາດໂຄວິດ-19) ອີກ 21 ຄົນ, ຍິງ 1 ຄົນ.