ແຈ້ງການ ຫ້າມບໍລິໂພກ ແລະ ຈຳໜ່າຍ ຜະລິດຕະພັນສາຫຼ່າຍທະເລປຸງລົດ ກາໝີແພນດ້າ

    0
    573

    ແຈ້ງການ! ຫ້າມບໍລິໂພກ ແລະ ຈຳໜ່າຍ ຜະລິດຕະພັນສາຫຼ່າຍທະເລປຸງລົດ ກາໝີແພນດ້າ.

    ກົມອາຫານ ແລະ ຢາ, ກະຊວງ​ສາທາລະນະ​ສຸກ ໄດ້ໃຫ້ຮູ້ວ່າ: ຜະລິດຕະພັນອາຫານ ສາຫຼ່າຍທະເລປຸງລົດ ລົດດັ່ງເດີມ (ກາໝີແພນດ້າ) ເລກ ອ.ຢ 10-1-04153-1-0054 ວັນທີຜະລິດ 29/11/2021 ວັນໝົດອາຍຸ 29/11/2022 ແລະ ສາຫຼ່າຍທະເລແຫ້ງປຸງລົດ ລົດເຜັດ (ກາໝີແພນດ້າ) ເລກ ອ.ຢ 10-1-04153-1-0055 ວັນທີຜະລິດ 18/11/2021 ວັນໝົດອາຍຸ 18/11/2022 ໄດ້ກວດພົບວ່າຜະລິດຕະພັນດັ່ງກ່າວມີການປົນເປື້ອນ ເຊື້ອຈຸລິນຊີ Bacillus cereus ເກີນມາດຕະຖານກໍານົດ ຊື່ງສາມາດເຮັດໃຫ້ເກີດພະຍາດຖອກທ້ອງ, ອາຫານເປັນພິດ ແລະ ມີຄວາມອັນຕະລາຍຕໍ່ສຸຂະພາບ.

    ກົມອາຫານ ແລະ ຢາ ຈື່ງຫ້າມບໍລິໂພກ, ຈຳໜ່າຍ ແລະ ນຳເຂົ້າ ຜະລິດຕະພັນດັ່ງກ່າວ, ຖ້າຫາກເຈົ້າໜ້າທີ່ອາຫານ ແລະ ຢາພົບເຫັນ ແມ່ນໃຫ້ໄດ້ອາຍັດ, ຢຶດ, ທຳລາຍ ແລະ ປະຕິບັດມາດຕະການ ຕາມລະບຽບການທີ່ໄດ້ກໍານົດໃນລະບຽບກົດໝາຍ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.