ເຊັນສັນຍາການຈັດຊື້, ຈັດຈ້າງນໍ້າມັນເຊື້ອໄຟຮັບໃຊ້ກອງທັບ ປະຈໍາປີ 2022

    0
    473

    ວິທະຍຸກະຈາຍສຽງແຫ່ງຊາດລາຍງານວ່າ: ໃນຕອນເຊົ້າວັນທີ 29 ເມສາ 2022, ກົມໃຫຍ່ພະລາທິການກອງທັບ ໄດ້ຈັດພິທີເຊັນສັນຍາຈັດຊື້, ຈັດຈ້າງນໍ້າມັນເຊື້ອໄຟກອງທັບ ລະຫວ່າງ ກົມນໍ້າມັນເຊື້ອໄຟກົມໃຫຍ່ພະລາທິການກອງທັບ ກັບ ບໍລິສັດລັດວິສະຫະກິດນໍ້າເຊື້ອໄຟວຽງຈັນ, ໂດຍເປັນກຽດເຂົ້າຮ່ວມສະຫາຍພົນຈັດຕະວາ ຈັນດີ ສຸລິວົງສັກ ກໍາມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ຫົວໜ້າຄະນະຊີ້ນໍາລວມວຽກງານຈັດຊື້,ຈັດຈ້າງຂອງກົມໃຫຍ່ພະລາທິການກອງທັບ, ມີສະຫາຍພັນເອກ ຈັນທະຈັກ ໄຊຍະວົງສາ ຫົວໜ້າກົມນໍ້າມັນເຊື້ອໄຟກົມໃຫຍ່ພະລາທິການກອງທັບ, ສະຫາຍ ພັນເອກ ບຸນທົງ ກອງເທດມະນີ ຫົວໜ້າອໍານວຍການບໍລິສັດລັດວິສະຫະກິດນໍ້າມັນເຊື້ອໄຟວຽງຈັນ, ມີຄະນະກວດກາກົມໃຫຍ່ພະລາທິການກອງທັບ, ຄະນະຈັດຊື້, ຈັດຈ້າງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


    ຈຸດປະສົງຂອງສັນຍາ​ ແມ່ນ ຊະນິດນໍ້າມັນ ຈໍານວນ, ລາຄາ ແລະ ມູນຄ່າ,ຝ່າຍຂາຍ ແລະ ຝ່າຍຊື້ໄດ້ຕົກລົງເຫັນດີ, ຊື້ນໍ້າມັນເຊື້ອໄຟ ເພື່ອຮັບໃຊ້ວຽກງານປ້ອງກັນຊາດ, ເຊິ່ງການເຊັນສັນຍາຮ່ວມກັນ ລະຫວ່າງ ກົມນໍ້າມັນເຊື້ອໄຟກົມໃຫຍ່ພະລາທິການກອງທັບ ກັບ ບໍລິສັດລັດວິສາຫະກິດນໍ້າມັນເຊື້ອໄຟວຽງຈັນໃນຄັ້ງນີ້, ໂດຍປະຕິບັດຕາມແຜນແບ່ງປັນງົບປະມານຈັດຊື້, ຈັດຈ້າງປະຈຳປີ 2022ແລະ ລາຍລະອຽດຂອງສັນຍາທັງສອງຝ່າຍໄດ້ພ້ອມກັນສ້າງຂື້ນດ້ວຍຄວາມເປັນເອກະພາບກັນຊື້-ຂາຍນໍ້າມັນເຊື້ອໄຟຮ່ວມກັນພາຍໃຕ້ບັນດາຂໍ້ກໍານົດ ແລະ ເງື່ອນໄຂຕ່າງໆ, ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ແລະ ຮັບປະກັນໃຫ້ແກ່ການຈັດຊື້,ຈັດຈ້າງນໍ້າມັນເຊື້ອໄຟຂອງກອງທັບ ປີ 2022 ສໍາເລັດຕາມແຜນການທີ່ວາງໄວ້.
    ໂອກາດນີ້, ສະຫາຍພົນຈັດຕະວາ ຈັນດີ ສຸລິວົງສັກ ເໜັ້ນໃຫ້ພາກສ່ວນທີ່ກ່ຽວຂ້ອງຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນເອງເຂົ້າໃນໜ້າທີ່ວຽກງານວິຊາສະເພາະນໍ້າມັນເຊື້ອໄຟຂອງກອງທັບ ກໍ່ຄື ຂອດການຈັດຕັ້ງປະຕິບັດໃນການນໍາເຂົ້ານໍ້າມັນເຊື້ອໄຟແຕ່ລະຊະນິດທຸກຄັ້ງ, ໄດ້ເອົາໃຈໃສ່ຕິດຕາມ, ກວດກາຢ່າງເຂັ້ມງວດ, ໂດຍສະເພາະ ການຮັບ ແລະ ເບີກຈ່າຍນໍ້າມັນຕ້ອງໄດ້ມີການປະສານສົບກັບຂັ້ນເທິງ ເພື່ອສະຫູຸບບັນຊີລາຍງານຢ່າງເປັນປົກກະຕິ, ເປັນເຈົ້າການຕ້ານປະກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດຕົວຈິງຂອງກົມກອງ, ປະສານສົມທົບກັນແໜ້ນກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອພ້ອມກັນຈັດຕັ້ງປະຕິບັດຕາມລະບຽບກົດໝາຍ, ຕາມສັນຍາທີ່ລະບຸໄວ້ແຕ່ລະມາດຕາຢ່າງເຂັ້ມງວດ, ຖືກຕ້ອງ ແລະ ທັນເວລາ ເຮັດໃຫ້ງົບປະມານຈັດຊື້ນໍ້າມັນເຊື້ອໄຟກອງທັບປະຈໍາປີ 2022 ໃນຄັ້ງນີ້ ຄົບຖ້ວນດ້ານຈໍານວນ ແລະ ຄຸນນະພາບຕາມມາດຖານຂອງສປປ ລາວ.

    ໂດຍ: ຄໍາປະສົງ ລາດຊະວົງ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.