ລັດຖະບານຈີນມອບລົດໄຟຟ້າໃຫ້ລັດຖະບານລາວ
ລັດຖະບານຈີນຕາງໜ້າໂດຍກະຊວງນິເວດ ແລະສິ່ງແວດລ້ອມ ໄດ້ມອບລົດໃຊ້ພະລັງງານໄຟຟ້າໃຫ້ແກ່ລັດຖະບານລາວຈໍານວນ 28 ຄັນ,ຕາງໜ້າຮັບໂດຍກະຊວງ
ຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ (ກສຊ) ,
ທັງສອງຝ່າຍລາວ ແລະຈີນຍັງໄດ້ຈັດພິທີເປີດປ້າຍໂຄງການເຂດສາທິດການປ່ອນອາຍກາກບອນຕໍ່າ ໃນຕອນບ່າຍຂອງວັນທີ 29 ເມສາ 2022, ທີ່ເຂດພັດທະນາກວມລວມໄຊເຊດຖານະຄອນຫຼວງວຽງຈັນ (ນວ).
ລົດໄຟຟ້າ 28 ຄັນປະກອບມີ, ລົດເມໂດຍສານ 12 ຄັນ, ລົດບັນທຸກນ້ອຍ 8 ຄັນ ແລະລົດຈິບ 8 ຄັນ. ຕາງໜ້າຝ່າຍຈີນມອບໂດຍທ່ານ ສິນ ເສີນ ທູດທີ່ປຶກສາການເມືອງສະຖານທູດຈີນ ປະຈໍາລາວ ແລະຝ່າຍລາວຮັບໂດຍ ທ່ານ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີກະຊວງ ກສຊ.
ໃນນັ້ນ,ມີລົດເມ 3 ຄັນ ແລະລົດຈິບ 1 ຄັນໄດ້ຖືກມອບໃຫ້ອົງການປົກຄອງນະຄອນຫຼວງວຽງຈັນ ແລະລົດຈິບອີກ 2 ຄັນແມ່ນມອບໃຫ້ ກສຊ ແລະສະພາແຫ່ງຊາດພາກສ່ວນລະຄັນ. ສ່ວນທີ່ເຫຼືອ, ແມ່ນຈະຖືກນໍາໃຊ້ຢູ່ພັດທະນາກວມລວມໄຊເຊດຖາ.
ຂໍ້ມູນໃຫ້ຮູ້ວ່າ: ການມອບ-ຮັບລົດໄຟຟ້າ ແລະພິທີເປີດປ້າຍໂຄງການໃນຄັ້ງນີ້ແມ່ນພາຍໃຕ້ຂອບການຊ່ວຍເຫຼືອຂອງໂຄງການຮ່ວມມືໃຕ້-ໃຕ້ຂອງສປຈີນ ຕໍ່ກັບການປ່ຽນແປງດິນຟ້າອາກາດ,
ເຊິ່ງທ່ານ ສີ ຈິ້ນຜີງ ປະທານປະເທດຈີນໄດ້ປະກາດໃນກອງປະຊຸມລັດພາຄີສົນທິສັນຍາສະຫະປະຊາຊາດວ່າດ້ວຍການປ່ຽນແປງດິນຟ້າອາກາດຄັ້ງທີ 21 ໃນປີ 2015 ແລະມີແຜນຈະສ້າງເຂດຫຼຸດຜ່ອນອາຍກາກບອນຕົວແບບ 10 ແຫ່ງ ຢູ່ປະເທດທີ່ກໍາລັງພັດທະນາ.
ທ່ານ ໄຊນະຄອນ ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ພັກລັດ ແລະປະຊາຊົນຈີນໃນຖານະຄູ່ຮ່ວມຊາຕາກໍາລາວ-ຈີນ ພ້ອມທັງກ່າວວ່າ: ລັດຖະບານລາວກໍ່ໄດ້ໃຫ້ຄວາມສໍາຄັນ ທີ່ຈະສ້າງໂຄງການຕົວແບບດັ່ງກ່າວ ແລະໄດ້ປຶກສາຮ່ວມກັບບໍລິສັດ ຮ່ວມທຶນລາວ-ຈີນ ຈໍາກັດກໍານົດເອົາເຂດພັດທະນາກວມລວມໄຊເຊດຖາ ນວ ເປັນເຂດສາທິດໃນການປ່ອຍອາຍກາກບອນຕໍ່າ ເຊິ່ງຈະເປັນຄູ່ຮວ່ມມືຕົວແບບໃຫ້ພວກເຮົາໃນການຈັດຕັ້ງປະຕິບັດຢູ່ໃນເຂດອື່ນໆ
ແລະຍັງຕອບສະໜອງກັບຍຸດທະສາດຂອງລັດຖະບານລາວ ທີ່ວ່າຈະນໍາໃຊ້ພະລັງງານທົດແທນ ແລະຫຼຸດຜ່ອນມົນລະພິດອາຍເຮືອນແກ້ວໃຫ້ເປັນສູນໃນປີ 2050.
ທ່ານ ຈ້າວ ຢິ່ງໝີນ ຮອງລັດຖະມົນຕີກະຊວງນິເວດ ແລະ ສິ່ງແວດລ້ອມຂອງຈີນໄດ້ເຂົ້າຮ່ວມພິທີທາງອອນລາຍໄດ້ສະແດງທັດສະນະວ່າ: ຝ່າຍຈີນຍິນດີສືບຕໍ່ຮ່ວມມືກັບລາວ ເພີ່ມທະວີການຮ່ວມມືໃນຂົງເຂດປົກປັກຮັກສາສິ່ງແວດລ້ອມນິເວດ ແລະແກ້ໄຂການປ່ຽນແປງຂອງດິນຟ້າອາກາດ,
ຊຸກຍູ້ການພັດທະນາສີຂຽວ, ກາກບອນຕ່ຳແບບຍືນຍົງ ແລະມີປະສິດທິຜົນໃຫ້ແກ່ປະຊາຊົນສອງປະເທດ ເພື່ອສ້າງຄູ່ຮ່ວມຊາຕາກໍາຈີນ-ລາວ ທີ່ມີອະນາຄົດຮ່ວມກັນ.
ໃນຕອນທ້າຍ, ທ່ານຮອງລັດຖະມົນຕີ ແລະທີ່ປຶກສາການເມືອງສະຖານທູດຈີນ ພ້ອມດ້ວຍຄະນະທັງສອງຝ່າຍໄດ້ທົດລອງຂີ່ລົດໄຟຟ້າດັ່ງກ່າວຢູ່ພາຍໃນເຂດເສດຖະກິດກວມລວມໄຊເສດຖາ.
ຂ່າວຈາກ
https://www.facebook.com/1481813438714083/posts/3364145097147565/