ຄະນະສະເພາະກິດ ສະເໜີມາດຕະການໃນການເຂົ້າ-ອອກ ລາວ ເພື່ອໃຫ້ລັດຖະບານຮອງຮັບ

    0
    497

    ຄະນະສະເພາະກິດ! ໄດ້ສະເໜີມາດຕະການໃນການເຂົ້າ-ອອກ ສປປ ລາວ ເພື່ອໃຫ້ລັດຖະບານຮອງຮັບ. ອີງຕາມຄວາມຮຽກຮ້ອງຕ້ອງການຕົວຈິງ ເພື່ອຟື້ນຟູເສດຖະກິດ ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຈຶ່ງຈະໄເສະເໜີມາດຕະການໃນການເຂົ້າ-ອອກ ສປປ ລາວ ໃນໄລຍະມີການລະບາດຂອງພະຍາດໂຄວິດ-19 ຕໍ່ລັດຖະບານ ເພື່ອພິຈາລະນາຮັບຮອງ ເຊິ່ງມີລາຍລະອຽດດັ່ງນີ້:

    ມາດຕະການຜ່ອນຜັນ: ໃຫ້ເປີດດ່ານສາກົນທຸກດ້ານnໃຫ້ພົນລະເມືອງຂອງບັນດາປະເທດທີ່ມີສັນຍາຍົກເວັ້ນວິຊາ ກັບ ສປປ ລາວ ສາມາດເດີນທາງເຂົ້າ ສປປ ລາວ ໂດຍບໍ່ຈຳເປັນຕ້ອງຂໍວີຊາ

    ສໍາລັບພົນລະເມືອງ ຂອງບັນດາປະເທດ ທີ່ ບໍ່ມີສັນຍົກເວັ້ນວິຊາ ກັບ ສປປ ລາວ, ແມ່ນ ສາມາດເອົາວິຊາ ເຂົ້າ ສປປ ລາວ ໄດ້ ໂດຍຜ່ານລະບົບ E-VISA ຫຼື ເອົາ ວິຊາກັບດ່ານ ຢູ່ ດ່ານສາກົນ ທີ່ມີເງື່ອນໄຂ

    ກ່ອນການເດີນທາງ, ໃຫ້ມີໃບຢັ້ງຢືນຜົນກວດ RT PCR ພາຍໃນ 72 ຊົ່ວໂມງ ແລະ ບໍ່ມີການກວດຕົວຢ່າງ ຢູ່ສະໜາມບິນ.

    ສຳລັບຄົນຕ່າງປະເທດ ຕ້ອງມີປະກັນໄພໂຄວິດ-19 ໃນວົງເງິນຄຸ້ມຄອງ 10.000 ໂດລາສະຫະລັດ ຍົກເວັ້ນຜູ້ທີ່ໃຊ້ປຶ້ມຜ່ານແດນ (Border Pass) ຫຼື ໃບຜ່ານແດນ (Temporary Border Pass).

    ໃຫ້ປັບປຸງຂັ້ນຕອນຕ່າງໆ ເມື່ອເດີນທາງມາຮອດ ສປປ ລາວ ຄື: ເຫັນດີໃຫ້ຜູ້ທີ່ເດີນທາງເຂົ້າມາຮອດ ສປປ ລາວ ແມ່ນ ສາມາດນໍາໃຊ້ພາຫະນະໃດຫນຶ່ງ ຕາມຄວາມ ສະດວກ

    ໃຫ້ໜ່ວຍງານອໍານວຍຄວາມສະດວກໃນການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ ຂອງຄະນະສະເພາະກິດ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ປະສານສົມທົບກັບພາກສ່ວນກ່ຽວຂ້ອງຄົ້ນຄວ້າ ຂັ້ນຕອນຕ່າງໆ ເພື່ອຮັບປະກັນຄວາມສະດວກໃນການເຂົ້າປະເທດ.

    ເຫັນດີດ້ານຫຼັກການໃຫ້ເອກະຊົນ ມີສ່ວນຮ່ວມໃນການບໍລິການ ດ້ານການກວດວິເຄາະ ແລະ ປິ່ນປົວ ຕາມລະບຽບການ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.