ລັດຖະມົນຕີກະຊວງການເງິນ ເນັ້ນໜັກໃຫ້ການເງິນຫລວງພະບາງເກັບລາຍຮັບຕາມຄາດໝາຍ ແລະ ອັດຊ່ອງຫວ່າງການຮົ່ວໄຫຼ

    0
    311

    ລັດຖະມົນຕີກະຊວງການເງິນ ເນັ້ນໜັກໃຫ້ການເງິນຫລວງພະບາງເກັບລາຍຮັບຕາມຄາດໝາຍ ແລະ ອັດຊ່ອງຫວ່າງການຮົ່ວໄຫລທຸກຮູບແບບ

    ວັນທີ 29 ເມສາ 2022 ນີ້, ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ, ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຊຸກຍູ້ ການຈັດຕັ້ງປະຕິບັດວຽກງານຂະແໜງການເງິນຢູ່ແຂວງຫຼວງພະບາງ ແລະ ປະກາດການຈັດຕັ້ງວິທະຍາໄລການເງິນພາກເໜືອ, ໂດຍມີທ່ານ ຄິນຄໍາ ເລັ່ງສະຫວັດ ຫົວໜ້າພະແນກການເງິນແຂວງຫຼວງພະບາງ, ມີຄະນະພະແນກການເງິນ, ຮອງເຈົ້າແຂວງ, ເຈົ້າເມືອງ, ຫົວໜ້າຮອງຫົວໜ້າຫ້ອງການ-ການເງິນ 11 ເມືອງ 1 ນະຄອນ-ຫຼວງພະບາງ, ພະນັກງານ-ລັດຖະກອນຂະແໜງການເງິນ, ຄູ-ອາຈານວິທະຍາໄລການເງິນພາກເໜືອເຂົ້າຮ່ວມ.

    ໂອກາດນີ້, ທ່ານ ຄິນຄໍາ ເລັ່ງສະຫວັດ ຫົວໜ້າພະແນກການເງິນແຂວງຫຼວງພະບາງ ໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດວຽກງານການເງິນງວດ I ປີ 2022 ແລະ ທິດທາງແຜນການການເງິນງວດ II ປີ 2022 ວ່າ: ໂດຍປະຕິບັດຕາມການຊີ້ນຳ-ນຳພາຂອງກະຊວງການເງິນ ແລະ ການນຳແຂວງຫຼວງພະບາງທີ່ມອບໃຫ້ພະແນກການເງິນແຂວງຫຼວງພະບາງຈັດຕັ້ງປະຕິບັດວຽກງານວິຊາສະເພາະເຫັນວ່າສໍາເລັດໂດຍພື້ນຖານສອດຄ່ອງຕາມຂັ້ນຕອນ ແລະ ລະບຽບຫຼັກການ.

    ດ້ານການຈັດຕັ້ງແຜນງົບປະມານແຫ່ງລັດລວມພູດສູນກາງ ແລະ ພູດທ້ອງຖິ່ນຕາມແຜນ 363,17 ຕື້ກີບ, ແຕ່ຜ່ານການຈັດຕັ້ງປະຕິບັດນັບແຕ່ຕົ້ນປີມາຮອດມາຮອດວັນທີ 27 ເມສາ 2022 ສາມາດເກັບລາຍຮັບທົ່ວແຂວງຫຼວງພະບາງໄດ້ 81, 91 ຕື້ກີບເທົ່າກັບ 22,56% ຂອງແຜນການປີ, ຄຽງຄູ່ກັນນີ້, ຍັງໄດ້ສຸມໃສ່ການຈັດຕັ້ງປະຕິບັດວາລະແຫ່ງຊາດຂອງຂະແໜງການເງິນ, ວຽກງານທີ່ພົ້ນເດັ່ນໃນໄລຍະງວດ I ປີ 2022 ຜ່ານມາທີ່ຕິດພັນກັບວາລະແຫ່ງງຊາດ, ໄດ້ເຜີຍແຜ່ເຊື່ອມຊຶມຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ ສະບັບເລກທີ 0388/ກງ, ລົງວັນທີ 04 ກຸມພາ

    2022 ວ່າດ້ວຍການປະຕິບັດວິໄນ ພະນັກງານ-ລັດຖະກອນພາຍໃນຂະແໜງການເງິນໃຫ້ແກ່ສະມາຊິກພັກ,​ ພະນັກງານ-ລັດຖະກອນພະແນກການເງິນ ແລະ ໃຫ້ເມືອງ, ສໍາເລັດການສ້າງແຜນກຳນົດພະນັກງານນໍາພາ-ຄຸ້ມຄອງ ແລະ ປະເມີນການປະຕິບັດໜ້າທີ່ວຽກງານຂອງພະນັກງານ-ລັດຖະກອນ, ສຳເລັດການປັບປຸງການຈັດຕັ້ງໃນຂົງເຂດການເງິນເປັນຕົ້ນແມ່ນ 03 ສາຍຕັ້ງແຕ່ຂັ້ນຂອງແຂວງຮອດຂັ້ນເມືອງ.

    ພ້ອມນີ້, ຍັງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີວ່າດ້ວຍການຄຸ້ມຄອງ ແລະ ຕ້ານການຮົ່ວໄຫລຂອງລາຍຮັບ, ການຈັດຕັ້ງປະຕິບັດການປະຢັດ ແລະ ຕ້ານການຟູມເຟືອຍ, ພ້ອມທັງໄດ້ຍົກໃຫ້ດ້ານອ່ອນຂໍ້ຄົງຄ້າງ ແລະ ທິດທາງແຜນການຈຸດສຸມໃນໄລຍະຜ່ານມາທີ່ຂະແໜງການເງິນຈະໄດ້ສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ.

    ໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ໄດ້ໃຫ້ທິດຊີ້ນຳຕໍ່ວຽກງານຂະ ແໜງການເງິນ, ເພື່ອສືບຕໍ່ນຳໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີເປັນຕົ້ນ: ສູ້ຊົນຈັດຕັ້ງປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍໃຫ້ມີຜົນສຳເລັດ, ຈັດຕັ້ງແຜນລາຍຮັບ-ລາຍຈ່າຍງົບປະມານປະຈຳປີໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້, ອັນເປັນການປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງຢ່າງຕັ້ງໜ້າໂດຍສະເພາະຂະແໜການເງິນເອົາໃຈໃສ່ສູ້ຊົນຈັດເກັບລາຍຮັບຕາມເງື່ອນໄຂໃຫ້ຖືກຕ້ອງຕາມລະບຽບ ແລະ ກົດໝາຍ, ອັດຊ່ອງຫວ່າງການຮົ່ວໄຫລຂອງລາຍຮັບ.

    ຄຽງຄູ່ກັນນັ້ນ, ແມ່ນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໃຫ້ໄດ້ຮັບຜົນດີ ແລະ ປັບປຸງກົງຈັກການຈັດຕັ້ງໃຫ້ມີຄວາມເໝາະສົມຖືກຕ້ອງຕາມຂັ້ນຕອນ ແລະ ລະບຽບການ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.