ຂ່າວເສົ້າ 😢 ! ໝັງສືພິມ Phnompenh Post ຂອງກໍາປູເຈຍ ລາຍງານໃຫ້ຊາບວ່າ ໄດ້ພົບລູກປາຂ່າ ເພດຍິງ ເສຍຊີວິດ ຢູ່ເຂດ ອະນຸລັດປາຂ່າ Anlong Kampi ໃນວັນທີ 24 ເມສາ 2022 ທີ່ຜ່ານມາ ໃນແຂວງ Kratie ຂອງປະເທດກໍາປູເຈຍ. ໂດຍຜູ້ພົບເຫັນ ເປັນສະມາຊິກຊຸມຊົນ ຊາວປະມົງ ທີ່ອອກເດີນເຮືອລາດຕະເວນ ແລະ ໄປພົບເຫັນ ປາຂ່າຕາຍ ຟູຂຶ້ນເທິງໜ້ານໍ້າ ຈຶ່ງໄປເກັບຊາກປາກຂ່າ ທີ່ເສຍຊີວິດ ເພື່ອໄປມອບໃຫ້ອົງການ WWF ເພື່ອກວດສອບຫາສາເຫດການຕາຍ ທີ່ແທ້ຈິງ ໃນເທື່ອນີ້.
ອີງຕາມຂໍ້ມູນກົມປະມົງ ຂອງກໍາປູເຈຍ ໄດ້ມີການບັນທຶກພາບ ເຫັນລູກປາຂ່າໂຕໃຫມ່ 2 ໂຕ ໂດຍໂຕທໍາອິດ ພົບເຫັນໃນວັນທີ 07 ມີນາ 2022 ແລະ ໂຕທີ່ສອງ ພົບເຫັນໃນວັນທີ 22 ເມສາ 2022 ທີ່ຜ່ານມາ.
ປ່າຂ່າ ເປັນປາທີ່ຢູ່ໃນບັນຊີ ສັດທີ່ໃກ້ຈະສູນພັນ ຂອງອົງການ IUCN. ປະຈຸບັນ ເຫຼືອປາຂ່າ ພຽງ 89 ໂຕ ທີ່ຍັງອາໃສ ຢູ່ເຂດຊາຍແດນຝັ່ງປະເທດກໍາປູເຈຍ.
ຂ່າວເສົ້າ ພົບລູກປາຂ່າເພດແມ່ ເສຍຊີວິດ ຢູ່ປະເທດກຳປູເຈຍ ເຂດ ອະນຸລັດປາຂ່າ Anlong Kampi