ໄປບໍ່ເຖິງຈຸດໝາຍ ຄົນລາວຈຳນວນ 108 ຄົນຖືກເຈົ້າໜ້າທີ່ຕຳຫຼວດໄທຈັບ

    0
    454

    ອີງຕາມການລາຍງານເພສຂ່າວມະຕິຊົນໃຫ້ຮູ້ວ່າ: ໃນວັນທີ 21 ເມສາ 2022 ທີ່ຜ່ານມາມີແຮງງານລາວຈຳນວນ 108 ຄົນລັກລອບເຂົ້າໄທຈຸດປະສົງເພື່ອຊອກວຽກເຮັດທີ່ ກຸງເທບ ປະເທດໄທ ແຕ່ໄປບໍເຖິງຈຸດໝາຍກໍຖືກຕຳຫຼວດໄທຈັບໄດ້ເສຍກ່ອນ ທີ່ກາງປ່າ.

    ຈາກການສືບສວນລາຍລະອຽດເຈົ້າໜ້າທີ່ໄດ້ລະບຸວ່າ: ມີນາຍໜ້າຄົນໄທຂັບລົດຕູ້ຈຳນວນ 7 ຄັນທີ່ໄປຮັບເອົາແຮງງານລາວທີ່ມາຈາກຫຼາຍແຂວງ ໂດຍເສຍຄ່ານາຍໜ້າຄົນລະ ສາມລ້ານສອງແສນ-ສາມລ້ານຫົກແສນກີບ ເມື່ອໄປຮັບມາແລ້ວຕາມເສັ້ນທາງມີເຈົ້າໜ້າທີ່ຕຳຫຼວດຕັ້ງດ່ານຈຶ່ງຕັດສິນໃຈຖິ້ມແຮງງານລາວໄວ້ໃນປ່າ ເຂດໝູ່ບ້ານຊົນປະທານ ເມືອງປາກຊ່ອງ ແຂວງນະຄອນລາດສະສີມາ

    ໃນກຸ່ມແຮງງານລາວຈຳນວນ 108 ຄົນນັ້ນປະກອບມີຜູ້ຊາຍ 51 ຄົນ, ຜູ້ຍິງ 59ຄົນ, ເດັກນ້ອຍຊາຍ 6 ຄົນ ແລະ ເດັກນ້ອຍຜູ້ຍິງ 1 ຄົນ, ໃນນັ້ນຕິດໂຄວິດ 3 ຄົນ.


    ໄປບໍ່ເຖິງຈຸດໝາຍ ຄົນລາວຈຳນວນ 108 ຄົນຖືກເຈົ້າໜ້າທີ່ຕຳຫຼວດໄທຈັບ


    ໄປບໍ່ເຖິງຈຸດໝາຍ ຄົນລາວຈຳນວນ 108 ຄົນຖືກເຈົ້າໜ້າທີ່ຕຳຫຼວດໄທຈັບ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.