ກະຊວງການທ່ອງທ່ຽວໄທ ກຽມສະເໜີ ສຄບ ຍົກເລີກ ThaiLand pass

    0
    379

    ໃນວັນທີ 27 ເມສາ 2022 ຜ່ານມາ ທ່ານ ພິພັດ ຣັຊກິດປະການ ລັດຖະມົນຕີວ່າການກະຊວງການທ່ອງທ່ຽວ ແລະ ກິລາ ເປີດເຜີຍວ່າ: ກະຊວງການທ່ອງທ່ຽວ ກຽມສະເໜີໃນກອງປະຊຸມສູນບໍລິການສະຖານະການໆແຜ່ລະບາດຂອງພະຍາດໂຄວິດ-19 (ສຄບ) ໃນຊ່ວງຕົ້ນເດືອນພຶດສະພານີ້ ໃຫ້ພິຈາລະນາຍົກເລິກລະຍົຍ ThaiLand Pass ຕັ້ງແຕ່ວັນທີ 1 ມິຖຸນາ ເປັນຕົ້ນໄປເພື່ອສ້າງຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ.

    ໂດຍທີ່ເດີນທາງເຂົ້າປະເທດ ອາດຈະຕົວຢ່າງການສະແດງວັກຊີນ ພາສປອດ ແລະ ກອກຂໍ້ມູນການຮັບວັດຊີນໃນບົດບັນທຶກຂໍ້ມູນການເຂົ້າ-ອອກລາຊະອານາຈັກ (ຕມ. 6) ສ່ວນການກຳໜົດເກນທີ່ໃຫ້ນັກທ່ອງທ່ຽວຕ້ອງມີການສັກວັກຊີນເຂັມສາມ ຫຼື ຈະຕ້ອງປະເມີນສະຖານະການຂອງປະເທດຕົ້ນທາງຂອງນັກທ່ອງທ່ຽວເປັນຫຼັກ.

    ສ່ວນການຜ່ອນຜັນມາດຕະການເຂົ້າປະເທດຜ່ານທາງບົກນັ້ນ ທ່ານ ພິພັດ ກ່າວວ່າ: ໃນວັນທີ 1 ພຶດສະພານີ້ວ່າ ຈະມີການເປີດພົມແດນລະຫວ່າງ ໄທ-ມາເລເຊຍ ແລະ ໄທ-ລາວ ເຊິ່ງໄລຍະຕໍ່ໄປຕ້ອງຕິດຕາມວ່າມາດຕະການການເຂົ້າປະເທດຈະເປັນແນວໃດ ຫານມີການຜ່ອນຄາຍລົງໃນພາບລວມກໍຈະເລີ່ມໃກ້ຄຽງກັບການເປີດປະເທດເປັນປົກກະຕິ.

    ສຳລັບ ThaiLand Pass ເປັນລະບົບທີ່ກະຊວງການຕ່າງປະເທດຂອງໄທຮ່ວມກັບສຳນັກງານພັດທະນາລັດຖະບານດິຈິຕອລ (ສພຣ) ພັດທະນາຂຶ້ນເພື່ອການຮັບຮອງ ການເປີດປະເທດ ເພື່ອໃຫ້ຄົນໄທ ແລະ ນັກທ່ອງທ່ຽວຕ່າງປະເທດເຂົ້າໄປລົງທະບຽນ ແລະ ກອກຂໍ້ມູນ ແລະ ອັບໂຫລດເອກະສານຕ່າງໆກ່ອນເດີນທາງເຂົ້າປະເທດໄທ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.