ເມື່ອຍໃຈເດ້ ຂື້ນອີກແລ້ວ ສະຖິຕິໃໝ່ ນ້ຳມັນປັບຂຶ້ນສູງສຸດຮອດລິດລະ 20.000 ກີບ

    0
    285

    ການປັບຂຶ້ນລາຄານ້ຳມັນເຊື້ອໄຟ ເປັນສິ່ງທີ່ຫຼາຍຄົນບໍ່ຢາກໃຫ້ເປັນເພາະນ້ຳມັນກ່ຽວເນື່ອງກັບການດຳລົງຊີວິດໃນຫຼາຍໆຢ່າງ ແຕ່ກໍ່ຫຼີກລຽງບໍ່ໄດ້ ຫຼ້າສຸດກະຊວງອຸດສາຫະກຳ ແລະການຄ້າໄດ້ອອກແຈ້ງການສະບັບເລກທີ 0506/ອຄ, ລົງວັນທີ 29 ເມສາ 2022 ໃຫ້ປັບຂຶ້ນລາຄານ້ຳມັນເຊື້ອໄຟທຸກຊະນິດ ຖືເປັນຂ່າວທີ່ບໍ່ດີປານໃດໃນການສົ່ງທ້າຍເດືອນເມສາ.

    ຈາກການແຈ້ງປັບຄັ້ງນີ້ ແມ່ນໄດ້ປັບຂຶ້ນລາຄານໍ້າມັນ ແອັດຊັງພິເສດ 1.110 ກີບຕໍ່ລິດ, ແອັດຊັງທຳມະດາ ປັບຂຶ້ນ 910 ກີບຕໍ່ລິດ ແລະ ນ້ຳມັນກາຊວນ ປັບຂຶ້ນ 930 ກີບຕໍ່ລິດ
    ເລີ່ມຈັດຕັ້ງປະຕິບັດ 30 ເມສາ 2022 ເວລາ 6:00 ເຊົ້າ ພ້ອມກັນ ທົ່ວປະເທດ !!!ໂດຍລາຄາປັບໃໝ່ ມີລາຍລະອຽດຕາມນີ້

    1 ນະຄອນຫຼວງວຽງຈັນ ແອັດຊັງພິເສດ 20.610 ກີບ, ແອັດຊັງທໍາມະດາ 18.060 ກີບ, ກາຊວນ 18.000 ກີບ 2 ແຂວງຜົ້ງສາລີ ແອັດຊັງພິເສດ 21.250 ກີບ, ແອັດຊັງທໍາມະດາ 18.700 ກີບ, ກາຊວນ 18.640 ກີບ 3 ແຂວງ ຫຼວງນໍ້າທາ ແອັດຊັງພິເສດ 20.970 ກີບ, ແອັດຊັງທໍາມະດາ 18.420 ກີບ, ກາຊວນ 18.360 ກີບ 4 ແຂວງ ອຸດົມໄຊ ແອັດຊັງພິເສດ 21.090 ກີບ, ແອັດຊັງທໍາມະດາ 18.540 ກີບ, ກາຊວນ 18.48 ກີບ 5 ແຂວງ ບໍ່ແກ້ວ ແອັດຊັງພິເສດ 20.710 ກີບ, ແອັດຊັງທໍາມະດາ 18.160 ກີບ, ກາຊວນ 18.100 ກີບ

    6 ແຂວງ ຫຼວງພະບາງ ແອັດຊັງພິເສດ 20.980 ກີບ, ແອັດຊັງທໍາມະດາ 18.430 ກີບ, ກາຊວນ 18.370 ກີບ 7 ແຂວງໄຊຍະບູລີ ແອັດຊັງພິເສດ 20.860 ກີບ, ແອັດຊັງທໍາມະດາ 18.310 ກີບ, ກາຊວນ 18.250 ກີບ 8 ແຂວງ ຫົວພັນ ແອັດຊັງພິເສດ 21.010 ກີບ, ແອັດຊັງທໍາມະດາ 18.460 ກີບ, ກາຊວນ 18.400 ກີບ 9 ແຂວງ ຊຽງຂວາງ ແອັດຊັງພິເສດ 20.800 ກີບ, ແອັດຊັງທໍາມະດາ 18.250 ກີບ, ກາຊວນ 18.190 ກີບ 10 ແຂວງ ວຽງຈັນ ແອັດຊັງພິເສດ 20.610 ກີບ, ແອັດຊັງທໍາມະດາ 18.060 ກີບ, ກາຊວນ 18.000 ກີບ
    11 ແຂວງ ບໍລິຄໍາໄຊ ແອັດຊັງພິເສດ 20.690 ກີບ, ແອັດຊັງທໍາມະດາ 18.140 ກີບ, ກາຊວນ 18.080 ກີບ

    12 ແຂວງ ຄໍາມ່ວນ ແອັດຊັງພິເສດ 20.640 ກີບ, ແອັດຊັງທໍາມະດາ 18.090 ກີບ, ກາຊວນ 18.030 ກີບ13 ຂວງ ສະຫວັນນະເຂດ ແອັດຊັງພິເສດ 20.640 ກີບ, ແອັດຊັງທໍາມະດາ 18.090 ກີບ, ກາຊວນ 18.030 ກີບ 14 ແຂວງ ສາລະວັນ ແອັດຊັງພິເສດ 20.820 ກີບ, ແອັດຊັງທໍາມະດາ 18.270 ກີບ, ກາຊວນ 18.200 ກີບ 15 ແຂວງ ຈໍາປາສັກ ແອັດຊັງພິເສດ 20.670 ກີບ, ແອັດຊັງທໍາມະດາ 18.120 ກີບ, ກາຊວນ 18.060 ກີບ 16 ແຂວງ ເຊກອງ ແອັດຊັງພິເສດ 20.820 ກີບ, ແອັດຊັງທໍາມະດາ 18.270 ກີບ, ກາຊວນ 18.200 ກີບ

    17 ແຂວງ ອັດຕະປື ແອັດຊັງພິເສດ 20.850 ກີບ, ແອັດຊັງທໍາມະດາ 18.300 ກີບ, ກາຊວນ 18.240 ກີບ ລາຄາໃໝ່ນີ້ມີຜົນໃຫ້ເລີ່ມປະຕິບັດໃນວັນທີ 30 ເມສາ 2022 ເວລາ 6: 00ໂມງ ເປັນຕົ້ນໄປ ໃນຂອບເຂດທົ່ວປະເທດ ໂດຍການຄິດໄລ່ເສຍພັນທະ ແລະ ຄ່າທໍານຽມຕ່າງໆ ແມ່ນໃຫ້ພາກສ່ວນທີ່ກ່ຽວຂ້ອງ ຄິດໄລ່ຕາມທີ່ໄດ້ກໍານົດໄວ້ໃນໂຄງສ້າງລາຄານໍ້າມັນເຊື້ອໄຟສະບັບເລກທີ 0299/ກຄພນ, ລົງວັນທີ 27 ເມສາ 2022 ຈົນກວ່າຈະມີການປ່ຽນແປງ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.