ຊີວິດບໍ່ສິ້ນ ກໍ່ຕ້ອງດິ້ນລົນ ສາວນ້ອຍສູ້ຊີວິດ ຂາຍຕຳຫມາກຫຸ່ງ-ລູກຊີ້ນ ຫາລ້ຽງຄອບຄົວ

    0
    168

    ເລື່ອງຂອງ ສາວນ້ອຍຍອດກະຕັນຍູ, ນ້ອງແກ້ມສາວນ້ອຍສູ້ຊີວິດ ຕຳໝາກຫຸ່ງ – ລູກຊີ້ນ ຫາເງິນເພື່ອເບິ່ງແຍງຄອບຄົວ ເລື່ອງຂອງສາວນ້ອຍໃຈສູ້ຜູ້ທີ່ເຕັມໃຈທີ່ຈະເມື່ອຍເພື່ອແບ່ງເບົາພາລະຂອງຄອບຄົວ

    ນາງ ທານີສາ ຫົງທອງ ອາຍຸ 13 ປີ ສາວນ້ອຍທີ່ເຕີບໃຫຍ່ໃນຄອບຄົວທີ່ບໍ່ໄດ້ມີທຸກຢ່າງ ຕາມທີ່ໃຈຕ້ອງການ, ແຕ່ນາງກໍ່ສູ້, ຄິດໃນແງ່ດີ, ແລະສືບຕໍ່ໂດຍບໍ່ຍອມແພ້. ໄດ້ຮັບການສະຫນັບສະຫນູນຈາກຫົວຫນ້າຂອງພໍ່ ໃນ​ການ​ຊອກ​ຫາ​ລົດ​ເພື່ອໄປ​ຂາຍ​ຕຳໝາກ​ຫຸ່ງ ແລະ​ລູກ​ຊີ້ນ​ຕ່າງໆ ເພື່ອ​ສ້າງ​ລາຍ​ຮັບ​ໃຫ້​ຄອບ​ຄົວ

    ນ້ອງແກ້ມ ​ເປັນຫຼັກ​ໃນການ​ຂາຍ ແມ່ຄ້າ​ນ້ອຍ​ຄົນ​ນີ້​ ຢາກ​ເຮັດ​ທຸກຢ່າງ ທຸກວິຖີທາງ ​ເພື່ອ​ເຮັດ​ໃຫ້​ພໍ່​ແມ່​ແລະ​ນ້ອງໆ​ຂອງ​ລາວ​ມີ​ຄວາມ​ສຸກສະບາຍ ຄວາມຝັນຂອງນ້ອງແກ້ມແມ່ນຢາກມີເຮືອນເປັນຂອງຕົນເອງໃຫ້ພໍ່ແມ່ ແລະນ້ອງໆໄດ້ອາໄສຢູ່ ເພາະວ່າດຽວນີ້ກໍໄດ້ອາໄສຢູ່ໃນເຮືອນຂອງເຈົ້ານາຍຂອງພໍ່ຂອງລາວ ທາງເຈົານາຍກໍໃຫ້ເຂົາເຈົ້າຢູ່ຟຣີ, ບໍ່ຈ່າຍຄ່ານ້ຳ ແລະ ຄ່າໄຟຟ້າ ເພາະຢາກຊ່ວຍ

    ນ້ອງ​ແກ້ມ​ກ່າວ​ວ່າ, ຄອບຄົວ​ໄດ້​ປະສົບ​ກັບ​ສະພາບ​ທີ່​ຮ້າຍ​ແຮງ​ທີ່​ສຸດ ທັງຫມົດຄອບຄົວ ເຫຼືອເງິນຕິຕົວພຽງ 7 ບາດ ສວ່ນນ້ອງໆກໍຈະໄຫ້ ເພາະຕ້ອງການກິນເຂົ້າຫນົມທຸກໆມື້ ແຕ່ບໍ່ມີໃຜມີເງິນຊື້ໃຫ້ ຂ້ອຍຢາກທຳມາຫາກິນເພື່ອໃຫ້ນ້ອງໆໄດ້ກິນເຂົ້າຫນົມ

    ຂອບໃຈແຫຼ່ງຂ່າວ: popularnews / เกษตรผสมผสาน

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.