ພະນັກງານຮ້ານຊຸບເປີມາເກັດກາຍເປັນໂຈນ ງັດຕູ້ເຊັບ ແລະ ຕູ້ເງິນທອນໄດ້ 20 ກວ່າລ້ານກີບ

    0
    416

    ອາຊີບໃດກໍ່ດັບຄວາມໂລບບໍໄດ້ ຫຼາຍຕໍ່ຫຼາຍເທື່ອຄົນທີ່ມີອາຊີບການງານດີໆມີເງິນທຸກໆເດືອນກໍຍັງກາຍເປັນໂຈນ ເປັນຂີ້ເຫຍື້ອສັງຄົມຍ້ອນຄວາມບໍຮູ່້ຈັກພໍ ຫຼື ບໍຍອມສະແຫວງຫາດ້ວຍຊ່ອງທາງອື່ນໆທີ່ບໍລິສຸດຄົນນີ້ກໍ່ເຊັ່ນດຽວກັນ.

    ຕາມລາຍງານຂອງຫ້ອງຂ່າວປ້ອງກັນຄວາມສະຫງົບນະຄອນຫຼວງແຈ້ງວ່າ ໃນວັນທີ 25 ເມສາ 2022 ໄດ້ຮັບແຈ້ງຄວາມຈາກເຈົ້າຂອງຮ້ານຊຸບເປີ້ມາເກັດ ຕັ້ງຢູ່ບ້ານໂພນສະຫວ່າງ ເມືອງຈັນທະບູລີ ວ່າ: ມີຄົນຮ້າຍລັກຊັບ ດ້ວຍຮູບການຕັດກະແຈເຂົ້າຮ້ານເຂົ້າໄປງັດຕູ້ເຊັບ ແລະ ຕູ້ເງິນທອນ, ມີເງິນເສຍຫາຍຈໍານວນໜຶ່ງ.


    ພາຍຫລັງໄດ້ຮັບຈິ່ງລົງເກັບກໍາຂໍ້ມູນ, ກວດກາຊັນນະສູດສະຖານທີ່ເກີດເຫດ ພົບເຫັນຮ່ອງຮອຍການກະທໍາຜິດ. ຕົກມາວັນທີ 26 ເມສາ 2022 ມີພົນລະເມືອງດີໃຫ້ຂໍ້ມູນ ຈື່ງສືບຄົ້ນຫາພົບເຫັນເປົ້າໝາຍ ກໍາລັງຈະເອົາຕົວຫຼົບໜີ ຈິ່ງໄດ້ສະກັດເຂົ້າຈັບຕົວຜູ້ກະທໍາຜິດຊື່ທ້າວ ຫລໍ່ຄໍາ ອາຍຸ 24 ປີ ເປັນພະນັກງານ ຢູ່ຮ້ານຊຸບເປີ້ມາເກັດ ທີ່ພັກເຊົາຢູບ້ານໜອງທາເໜືອ ເມືອງຈັນທະບູລີ ພ້ອມທັງຂະຫຍາຍຜົນເກັບກູ້ເຄື່ອງຂອງກາງກັບຄືນນມາ ເປັນເງິນ19.025.000 ກີບ ມາດໍາເນີນຄະດີຕາມກົດໝາຍ.
    ຜ່ານການສອບສວນ ທ້າວ ຫລໍ່ຄໍາ ສາລະພາບວ່າ: ວັນທີ 24 ເມສາ 2022 ພາຍຫຼັງເລີກວຽກຜູ້ກ່ຽວໄດ້ກັບເມືອຫ້ອງແຖວ ກະກຽມເຫຼັກສະແລັງ ແລະ ຄີມຕັດເຫຼັກ, ຮອດເວລາ 23:00 ໂມງ ໄດ້ກັບໄປບ່ອນເຮັດວຽກ ຈາກນັ້ນກໍລົງມືງັດປະຕູ, ຕູ້ເຊັບ ແລະ ຕູ້ເງິນທອນ ໄດ້ເງິນປະມານ 20 ກວ່າລ້ານກີບ ຈາກນັ້ນຈິ່ງກັບຄືນເມືອຫ້ອງແຖວ; ຕົກມາຮອດວັນທີ 26 ເມສາ 2022 ຈິ່ງຖືກເຈົ້າໜ້າທີ່ຈັບຕົວ.
    ປັດຈຸບັນ ກອງບັນຊາການ ປກສ ເມືອງຈັນທະບູລີ ກຳລັງສືບຕໍ່ດໍາເນີນຄະດີຕາມກົດໝາຍ. ສ່ວນເຄື່ອງຂອງກາງເງິນຈໍານວນ 19.025.000 ກີບ ທີ່ເກັບກູ້ຄືນໄດ້ ມອບຄືນໃຫ້ຜູ້ເສຍຫາຍເປັນທີ່ຮຽບຮ້ອຍ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.