ປະທານປະເທດ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈໍາຕ່າງປະເທດ

    0
    409

    ໃນວັນທີ 28 ເມສາ 2022, ຢູ່ຫໍປະຊຸມສະພາແຫ່ງຊາດ ນະຄອນຫລວງວຽງຈັນ, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ມອບສານຕາຕັ້ງ ໃຫ້ແກ່ບັນດາທ່ານເອກອັກຄະລັດຖະທູດແຕ່ງຕັ້ງແຫ່ງ ສປປ ລາວ ໄປປະຈໍາຢູ່ຕ່າງປະເທດ ດັ່ງນີ້: ທ່ານ ຄໍາພັນ ອັ່ນລາວັນ ເອກອັກຄະລັດຖະທູດແຕ່ງຕັ້ງແຫ່ງ ສປປ ລາວ ປະຈໍາຣາຊະອານາຈັກໄທ, ທ່ານ ສີສະຫວາດ ອິນພະຈັນ ເອກອັກຄະລັດຖະທູດແຕ່ງຕັ້ງແຫ່ງ ສປປ ລາວ ປະຈໍາສະຫະລັດອາເມລິ ກາ, ທ່ານ ບຸນ ອິນທະບັນດິດ ເອກອັກຄະລັດຖະທູດແຕ່ງຕັ້ງແຫ່ງ ສປປ ລາວ ປະຈໍາລັດກູເວດ ແລະ ທ່ານ ວັນທາ ແສງເມືອງ ເອກອັກຄະລັດຖະທູດແຕ່ງຕັ້ງແຫ່ງ ສປປ ລາວ ປະຈໍາ ສ.ກູ ບາ.

    ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາທ່ານເອກອັກຄະລັດຖະທູດ ທີ່ຈະໄປປະຕິບັດໜ້າທີ່ການທູດຢູ່ຕ່າງປະເທດ ຈົ່ງສືບຕໍ່ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນການທູດທີ່ມີມາແຕ່ດົນນານ ລະຫວ່າງ ສປປ ລາວ ກັບບັນດາປະເທດ ເພື່ອນມິດໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

    ຂ່າວ: ຕັອກ: ຮູບ:ຂັນໄຊ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.