ສື່ໄທ ເຜີຍ ຄູສະຫຼາ ໄດ້ຮັບລາງວັນ ເປັນ ສິນລະປິນແຫ່ງຊາດໄທ ຖືໄດ້ວ່າ ຄູສະຫຼາ ຫຼາຍໆຄົນຮູ້ຈັກກັນໃນນາມເປັນຄູເພງ ນັກແຕ່ງເພງ ແລະ ນັກຮ້ອງລຸ້ນອາວຸໂສ ທີ່ເກັ່ງ ແລະ ເປັນທີ່ເຄົາລົບຂອງຫຼາຍໆຄົນ ທັງໄທ ແລະ ລາວ ລວມທັງສາກົນ ກໍເປນທີ່ຮູ້ຈັກຫຼ້າສຸດ ກໍເປັນ ສິນລະປິນແຫ່ງຊາດໄທປີ ພສ 2564 ສາຂາ ສິລະປະການສະແດງ ດົນຕີໄທສາກົນ-ປະພັນເພງລູກທົ່ງ
ໂດຍຄູສະຫຼາໂພສວ່າ ທັນທີ່ທີ່ສື່ຕ່າງໆ ແຈ້ງຂ່າວວ່າ ຄູສະຫຼາ ຄຸນນະວຸດ ໄດເປັນສິນລະປິນແຫ່ງຊາດຊາດໄທປະຈໍາ ພສ 2564 ພ້ອມຮ່ວມສະແດງຄວາມຍິນດີ …
ພາບຂອງທຸກຄົນ ທີ່ມີພະຄຸນ ທີ່ໃຫ້ໂອກາດ ແລະ ຮ່ວມສ້າງ ຮ່ວມສູ້ ໃນເສັ້ນທາງ ກໍສຸດເຕັມຄວາມຮູ້ສຶກ
ເພາະລາງວັນລົງທ້າຍດ້ວຍຄໍາວ່າ “ແຫ່ງຊາດ” ນັ້ນຊົງຄຸນຄ່າ ແລະ ຍິ່ງໃຫຍ່ ເກີນກວ່າຜົມຈະກ້າຮູ້ສຶກວ່າຕົນເອງ ເໝາະສົມໂດຍລໍາພັງ
ຂໍໃຊ້ໂອກາດນີ້ ລະນຶກເຖິງພໍ່ບຸນຫຼາຍ ແມ່ກ້ານ ຄຸນວຸດທິ ທີ່ໃຫ້ຊີວິດ ຂອງໃຈພະຄຸນຄູ ອາຈານ, ໝູ່ເພື່ອນ ພີ່ນ້ອງ ເພື່ອນຮ່ວມງານທຸກຄົນທີ່ຮ່ວມຮຽນຮູ້ ຝຶກຝົນ
ຂອບໃຈບໍລິສັດ GMM GRAMMY ທີ່ໃຫ້ໂອກາດ ແລະ ໃຫ້ພື້ນທີ່ໃນການສະແດງອອກ ລາຍການຈາກຊ່ອງ
One 31 ຊ່ອງ Workpoint 23 ແລະ ທີ່ງານທີ່ເຮັດໃຫ້ເຫັນ ຄູສະຫຼາ …
ທີ່ສໍາຄັນຍິ່ງ ຂໍຂອບໃຈ ພາສາໄທ ພາສາທ້ອງຖິ່ນ ແລະ ບົດເພງລູກທົ່ງ ທີ່ໃຫ້ໂອກາດຄວາມຮູ້ສຶກຂອງຂ້ອຍ ຮຽບຮຽງ ເປັນຖ້ອຍຄໍາ ທໍານອງ
ດ້ວຍຄວາມຂອບໃຈ ແລະ ລະນຶກໃນຄຸ່ນຄ່າ ແຫ່ງລາງວັນສິນລະປິນແຫ່ງຊາດໄທ ສະຫຼາ ຄຸນນະວຸດ 27 ເມສາ 2565 ທີ່ ຫ້ອງອັດສຽງ ສໍາບາຍໃຈ