ປະເທດກຳປູເຈຍຍົກເລີກ ການໃສ່ຜ້າປິດປາກກາງແຈ້ງ ຫລັງມີການສັກວັກຊີນປ້ອງກັນໂ ຄ ວິ ດ ເພີ່ມຂຶ້ນ

    0
    494

    ວັນທີ 26 ເມສາ 2022,​ ສຳນັກຂ່າວຊິນຮົວລາຍງານວ່າ: ທ່ານ ຮຸນເຊນ ນາຍົກລັດຖະມົນຕີກຳປູເຈຍ ປະກາດຍົກເລີກຄຳສັ່ງບັງຄັບໃສ່ຜ້າປິດປາກໃນພື້ນທີ່ສາທາລະນະ ແລະ ພື້ນທີ່ເປີດໂລ່ງທົ່ວປະເທດໂດຍມີຜົນບັງຄັບໃຊ້ທັນທີ ຫລັງຈາກປະຊາກອນສ່ວນຫລາຍໃນປະເທດໄດ້ສັກວັກຊີນປ້ອງກັນພະຍາດຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19) ແລ້ວ.

    ທ່ານ ຮຸນເຊນ ກ່າວວ່າ: ປະຊາຊົນຕັດສິນໃຈໄດ້ເອງວ່າຈະໃສ່ຜ້າປິດປາກໃນພື້ນທີ່ກາງແຈ້ງ ຫລື ບໍ່, ສ່ວນພື້ນທີ່ປິດໃນຮົ່ມທີ່ມີເຄື່ອງປັບອາກາດເຊັ່ນ: ຫ້ອງປະຊຸມ ແລະ ໂຮງຮູບເງົາ ຈະຍັງບັງຄັບໃສ່ຜ້າປິດປາກຕໍ່ໄປ ໂດຍທ່ານຫວັງວ່າການຍົກເລີກນີ້ຈະຊ່ວຍແບ່ງເບົາພາລະທາງການເງິນຂອງຊາວກຳປູເຈຍ ເຊິ່ງຕ້ອງໃຊ້ເງິນປະມານ 3 ລ້ານໂດລາສະຫະລັດຕໍ່ເດືອນໃນການຊື້ຜ້າປິດປາກ.

    ທັງນີ້, ກະຊວງສາທາລະນະສຸກກຳປູເຈຍລາຍງານການກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມພຽງ 2 ຄົນ ໃນວັນທີ 26 ເມສາ ໂດຍບໍ່ມີລາຍງານຜູ້ເສຍຊີວິດເພີ່ມ ເຮັດໃຫ້ກຳປູເຈຍມີຜູ້ຕິດເຊື້ອສະສົມ 136.230 ຄົນ ເຊິ່ງລວມທັງຜູ້ເສຍຊີວິດ 3.056 ຄົນ, ສ່ວນນະຄອນຫລວງພະນົມເປັນ ບໍ່ກວດພົບຜູ້ຕິດເຊື້ອໃໝ່ເປັນຄັ້ງທຳອິດໃນຮອບກວ່າ 1 ປີ.

    ທ່ານ ຮຸນເຊນ ຊີ້ວ່າ: ອັດຕາການສັກວັກຊີນປ້ອງກັນພະຍາດໂຄວິດ-19 ທີ່ແຂງແຮງສົ່ງຜົນໃຫ້ຜູ້ຕິດເຊື້ອຫລຸດລົງ ໂດຍປັດຈຸບັນ ປະຊາກອນຫລາຍກວ່າ 93% ຂອງປະຊາກອນທັງໝົດ 16 ລ້ານຄົນ ໄດ້ສັກວັກຊີນຢ່າງໜ້ອຍ 1 ໂດສ, 88,5% ໄດ້ສັກວັກຊີນຄົບໂດສ, 51,7% ໄດ້ສັກວັກຊີນໂດສກະຕຸ້ນ ແລະ 9% ໄດ້ຮັບວັກຊີນໂດສກະຕຸ້ນທີສອງແລ້ວ ໂດຍກຳປູເຈຍໃຊ້ວັກຊີນຂອງຊີໂນແວັກ ແລະ ຊີໂນຟາມຈາກຈີນເປັນສ່ວນຫລາຍ.

    ກຳປູເຈຍກັບມາດຳເນີນກິດຈະກຳທາງເສດຖະກິດ ແລະ ສັງຄົມຢ່າງເຕັມຮູບແບບອີກ ແລະ ເປີດຊາຍແດນຕ້ອນຮັບນັກເດີນທາງທີ່ສັກວັກຊີນປ້ອງກັນພະຍາດໂຄວິດ-19 ແລ້ວໂດຍບໍ່ຕ້ອງກັກຕົວ ນັບແຕ່ເດືອນພະຈິກປີກ່ອນ ສົ່ງຜົນໃຫ້ເສດຖະກິດກຳປູເຈຍປີ 2021 ຟື້ນຕົວໃນອັດຕາການເຕີບໃຫຍ່ທາງບວກປະມານ 3% ຫລັງຮັບຜົນກະທົບໜັກໜ່ວງຈາກພະຍາດລະບາດໃຫຍ່ໃນປີ 2020.

    “ການຟື້ນຕົວສະທ້ອນການມີສ່ວນຮ່ວມຢ່າງແຂງແຮງຂອງຊາວກຳປູເຈຍ, ອົງການລະດັບຊາດ ແລະ ນາໆຊາດ, ຫຸ້ນສ່ວນການພັດທະນາ ຕະຫລອດຈົນມິດປະເທດ ຄຽງຄູ່ກັບຄວາມພະຍາຍາມຂອງລັດຖະບານ ໂດຍສະເພາະໂຄງການສ້າງພູມຕ້ານທານໝູ່ທົ່ວປະເທດ” ທ່ານ ຮຸນເຊນ ກ່າວ. “ເສດຖະກິດກຳປູເຈຍຈະເຕີບໃຫຍ່ຫລາຍກວ່າ 5% ໃນປີນີ້ ແລະ ຈະຫວນສູ່ເສັ້ນທາງການເຕີບໃຫຍ່ທີ່ແຂງແຮງໃນຍຸກກ່ອນເກີດພະຍາດໂຄວິດ-19”.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.