ຜົນວິໄຈວ່າ”ຮັກຊີວິດຢ່າຄິດສູ້ເມຍ”ມີເມຍມັກຈົ່ມແມ່ນອາຍຸຍືນ
ຜູ້ໍຊາຍມັກຈະເວົ້າຢອກກັນວ່າ, ‘ຮັກຊີວິດ ຢ່າຄິດຕໍ່ສູ້ເມຍ…’ ຟັງອາດຂະບໍ່ແມ່ນຄວາມຈິງ ແຕ່ຜົນການວິໃຈຮັບຮອງວ່າການຄົ້ນຄວ້າຈາກມະຫາວິທະຍາໄລລັດ Michigan (MSU) ເປີດເຜີຍວ່າຜູ້ຊາຍພາຍໃຕ້ການຄວບຄຸມຂອງພັນລະຍານິ້ນ ຈະມີອາຍຸຍືນຂື້ນ,
ຫລື ເວົ້າງ່າຍຯ ວ່າ ຄວາມຈູ້ຈີ້ ຈຸກຈິກ ແລະ ຄວາມຂີ້ຈົ່ມຂອງເມຍນັ້ນເປັນປະໂຫຍດຕໍ່ຜົວຫລາຍນັ້ນນເອງການຄົ້ນຄວ້ານີ້ ແມ່ນໄດ້ສຶກສາຕົວຈິງຈາກກຸ່ມຕົວຢ່າງທີ່ເປັນຄູ່ຮັກທີ່ແຕ່ງງານກັນແລ້ວ,ໄດ້ສືກສາ 1,228 ຄູ່ຜົວເມຍທີ່ແຕ່ງງານຫຼາຍກວ່າຫ້າປີ, ອາຍຸ 57-85 ປີ, ໃນນັ້ນມີ 389 ຄົນເປັນພະຍາດເບົາຫວານ.
ຜົນໄດ້ຮັບສະແດງໃຫ້ເຫັນວ່າ ຜົວທີ່່ຖືກຄວບຄຸມໂດຍພັນລະຍາ ມີໂອກາດຫນ້ອຍທີ່ຈະເປັນພະຍາດເບົາຫວານ ຫຼື ສໍາລັບຜູ້ທີ່ເປັນແລ້ວບາງຄົນກໍ່ມີອາການດີຂຶ້ນດ້ວຍຊ້ຳ.
ຫລາຍຄົນວ່າການທີ່ຄວາມຂີ້ຈົ່ມຂອງເມຍນັ້ນແມ່ນຫນ້າລໍາຄານຫລາຍ ແຕ່ນັກຄົ້ນຄວ້າເວົ້າວ່າມັນຫນ້າລໍາຄານ ແຕ່ ມັນມີຜົນກະທົບທາງບວກຕໍ່ສຸຂະພາບຂອງຜົວ.
ເຖິງຈຸດທີ່ມັນອາດຈະຊ່ວຍຊີວິດຜົວໄດ້ເລີຍກະວ່າໄດ້ແຕ່ນີ້ຕໍ່ໄປ ເວລາເມຍຈົ່ມ ນອກຈາກບໍ່ໃຫ້ຖຽງແລ້ວ ຢ່າລືມຂອບໃຈເມຍນຳເດີ