ກະຊວງການເງິນຈະເລີ່ມປັບໃໝຄ່າ ທໍານຽມທາງ ນັບແຕ່ເດືອນກໍລະກົດເປັນຕົ້ນໄປ

    0
    466

    ກະຊວງການເງິນຈະເລີ່ມປັບໃໝຄ່າ ທໍານຽມທາງ ນັບແຕ່ເດືອນກໍລະກົດເປັນຕົ້ນໄປ

    ອີກ 2 ເດືອນກວ່າເທົ່ານັ້ນສໍາລັບເຈົ້າຂອງພາຫະນະນັບແຕ່ລົດຈັກຫາລົດໃຫຍ່ທີ່ຍັງບໍ່ທັນໄດ້ ໄປເສຍຄ່າທໍານຽມທາງຈົ່ງຮີບຮ້ອນພາກັນໄປເສຍເພາະນັບແຕ່ວັນທີ 1 ກໍລະກົດ ປີ 2022 ນີ້ເປັນຕົ້ນໄປ, ກະຊວງການເງິນກໍຈະເລີ່ມມີການປັບໃໝແລ້ວ ຊຶ່ງ ບຸກຄົນ ຫຼື ນິຕິບຸກຄົນທີ່ບໍ່ໄດ້ເສຍຄ່າທໍານຽມທາງຂອງປີຜ່ານມາຈະຖືກປັບໃໝ 40% ຂອງມູນຄ່າເສຍຄ່າທໍານຽມທາງ, ບໍ່ເສຍຄ່າທໍານຽມທາງສອງປີ

    ຂຶ້ນໄປ ຫຼື ສອງປີຜ່ານມາ ຈະຖືກປັບໃໝ 60%, ນອກນັ້ນ ເສຍຄ່າທໍານຽມທາງທີ່ບໍ່ຖືກຕາມທີ່ກໍານົດໄວ້ໃນລະບຽບການຕ້ອງ ໄດ້ເສຍຄ່າທໍາ ນຽມທາງຕື່ມໃຫ້ຄົບຖ້ວນຕາມຈໍານວນທີ່ຕ້ອງເສຍພ້ອມທັງຖືກປັບໃໝ 60% ຂອງມູນຄ່າທີ່ຕ້ອງເສຍຕື່ມ, ການປອມແປງເສຍຄ່າທາງໃນທຸກຮູບແບບຈະຖືກປັບໃໝ ສອງເທົ່າຂອງຄ່າທໍານຽມທາງທີ່ຕ້ອງເສຍ ແລະ ຈະຖືກລົງໂທດທາງອາຍາຕາມກໍລະນີເບົາຫາໜັກ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.