ສະຫະພັນກິລາຍິງປືນແຫ່ງຊາດລາວ ຈະສົ່ງນັກກິລາຍິງປືນທີມຊາດລາວ ຈຳນວນ 6 ຄົນ (ຍິງ 3 ຄົນ) ຮ່ວມແຂ່ງຂັນກີລາໃນງານມະຫະກຳກິລາຊີເກມຄັ້ງທີ 31ໃນລະຫວ່າງ ວັນທີ 12-23 ພຶດສະພາ 2022 ທີ່ ສສ ຫວຽດນາມ, ຊຶ່ງນັກກິລາຍິງປືນດັ່ງກ່າວນີ້ ຈະເລີ່ມອອກເດີນທາງໃນວັນທີ 3 ພຶດສະພາ 2022 ນີ້ ແລະ ເຂົ້າຮ່ວມລາຍການປະເພດປືນເປົ້າເລື່ອນ 10 ແມັດ ດ່ຽວຍິງ-ຊາຍ ແລະ ປະເພດທີມຍິງ-ທີມຊາຍ.
ນັກກິລາຍິງປືນທີມຊາດລາວຊຸດນີ້ ແມ່ນໄດ້ມີການເກັບຕົວຝຶກຊ້ອມມາແຕ່ຕົ້ນເດືອນມີນາ ຜ່ານມາ ທີ່ສະໜາມກິລາຍິງປືນ 5 ເມສາ ນະຄອນຫຼວງວຽງຈັນ, ມາຮອດປັດຈຸບັນ ນັກກິລາຍິງປືນທີມຊາດລາວຊຸດນີ້ ແມ່ນມີຄວາມພ້ອມທາງດ້ານເທັກນິກ, ພະລະກຳລັງ ແລະ ອື່ນໆ ກຽມພ້ອມຮ່ວມລາຍການປະເພດຍິງປືນໃນງານຊີເກມຄັ້ງທີ 31 ນີ້.
ສໍາລັບ ຜົນງານຂອງນັກກິລາຍິງປືນທີມຊາດລາວ ໃນການເຂົ້າຮ່ວມແຂ່ງຂັນກິລາງານມະຫະກຳກິລາຊີເກມ ແຕ່ລະຄັ້ງຜ່ານມາ ທີ່ໂດດເດັ່ນທີ່ສຸດ ແມ່ນປີ 2009 ທີ່ ສປປ ລາວ ຮັບກຽດເປັນເຈົ້າພາບ ຄັ້ງທີ 25 ຊຶ່ງນັກກິລາແມ້ນປືນທີມຊາດລາວ ສາມາດຍາດໄດ້ 3 ຫຼຽນຄຳ ແລະ 1 ຫຼຽນເງິນ.