ແຈ້ງການ! ມອດໄຟຊົ່ວຄາວໃນບາງຂອບເຂດ ຂອງເມືອງ ສີສັດຕະນາກ

    0
    327

    ແຈ້ງການ! ມອດໄຟຊົ່ວຄາວໃນບາງຂອບເຂດ ຂອງເມືອງ ສີສັດຕະນາກ.

    ລັດວິສາຫະກິດໄຟຟ້າລາວ ສາຂາໄຟຟ້ານະຄອນຫຼວງ 1 ໄດ້ໃຫ້ຮູ້ວ່າ: ໃນວັນພຸດ ແລະ ວັນພະຫັດ ຂອງວັນທີ 27-28/04/2022, ເລີ່ມແຕ່ເວລາ 08:00 -17:00 ໂມງ, ຈະໄດ້ມີການມອດໄຟ 22KV ຂອງສະຖານີໄຟຟ້າ 115/22KV ດອນກອຍ (ມອດໝົດສະຖານີ).

    ເພື່ອໃຫ້ ບໍລິສັດ Union Resources & Engineering Co .Ltd ເພື່ອຕັດຕໍ່ສາຍຕາຂ່າຍໄຟຟ້າ 22V L13, L16 ທີ່ຈຸດ N1, L17, L18, L19 ທີ່ຈຸດ N2 ແລະ ເຊື່ອມຕໍ່ L12, L14, L15 ທີ່ຈຸດ N3 ຢູ່ຂອບເຂດສະຖານີ 115kV GIS ບ້ານ ດອນກອຍ, ເມືອງ ສີສັດຕະນາກ, ແຂວງ ນະ ຄອນຫຼວງວຽງຈັນ, ເຊິ່ງອາດສົ່ງຜົນກະທົບຕໍ່ຜູ້ຊົມໃຊ້ໄຟຟ້າໃນຂອບເຂດ ດັ່ງລຸ່ມນີ້:
    ບ້ານ ດອນກອຍ, ບ້ານ ໂພນປ່າເປົ້າ, ບ້ານ ໂພນທັນ, ບ້ານ ດົງສະຫວາດ, ບ້ານ ຈອມເພັດໃຕ້, ໂຮງໝໍກະເສມຮາດ, ໂຮງໝໍເສດຖາທິຣາດ ແລະ ໂຮງແຊ່ເຢັນໂຮງໝໍ 103.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.