ໂລກປ່ຽນໄປ ຄົນເຮົາບໍ່ຄືກັນ ແຕ່ລະຄົນແຕ່ລະຄວາມຄິດບໍ່ຄືກັນ ຄວາມມັກຄວາມຮັກບໍ່ຄືກັນ ຜູ້ນັ້ນຜູ້ນີ້ຕ້ອງເປັນແບບນັ້ນແບບນີ້ ແຕ່ແອັດເຊື່ອຢ່າງໜຶ່ງກໍ່ຄື ຖ້າເຮົາເຮັດດີ ເປັນຄົນດີບໍ່ເຮັດໃຫ້ໃຜເດືອດຮ້ອນກໍ່ພໍ ຈາກ Diew Khunnawong ໂພສວ່າ ທຸກຄົນ!!!!! ເຂົາມີເລື່ອງສິເລົ່າສູ່ຟັງ ມື້ນີ້ເຂົາໄດ້ໄປຍ່າງຢູ່ແຄມຂອງຕາມປົກກະຕິແຕ່ເຂົາໄດ້ໃສ່ກະໂປ່ງໄປແລ້ວໄດ້ເຂົ້າໄປຊື້ນ້ຳໃນຄາເຟ່ຫນຶ່ງໃນແຄມຂອງ ເຂົາເຂົ້າໄປນັ່ງຢູ່ໂຕະແລ້ວເຂົາກໍ່ຍ່າງໄປສັ່ງນ້ຳຕາມປົກກະຕິແລ້ວມີກຸ່ມໄວກາງຄົນ(ໃນນັ້ນມີທັງຜູ້ຍິງແລະຜູ້ຊາຍ) ແລ້ວມີຜູ້ຊາຍຄົນຫນຶ່ງຍ່າງເຂົ້າມາຖາມເຂົາວ່າ
ຜູ້ຊາຍຄົນນັ້ນ: ເຈົ້າເປັນຜູ້ຍິງຫຼືຜູ້ຊາຍ
ຂ້ອຍ: ຜູ້ຊາຍ ຜູ້ຊາຍຄົນນັ້ນ: ຜູ້ຊາຍຄືໃສ່ກະໂປ່ງ ຟ້າສິບໍ່ຜ່າບໍ ແລ້ວກໍ່ຫົວຂຶ້ນ. ຂ້ອຍ: ເຂົາເຖິງກັບສະຕັ້ນນນນເລີຍຍຍຍ ອີກຄົນທີ່ຢູ່ໃນກຸ່ມນັ້ນກະເວົ້າຂຶ້ນວ່າາ “ຊຳພໍມື້ນິີ້ຝົນຈັ່ງຄືສິຕົກ”
ພໍຂ້ອຍໄດ້ຍິນແບບນັ້ນຂ້ອຍກະຮູ້ສຶກເສຍໃຈ ຂ້ອຍກະເລີຍຍ້າຍໂຕະມານັ່ງໄກໆເຂົາ ກະມານັ່ງ ຄິດວ່າ ເປັນຫຍັງ ສັງຄົມທຸກມື້ນີ້ຄືຕ້ອງແຍກແຍະວ່າ ຊາຍຕ້ອງແຕ່ງໂຕແບບນີ້ຜູ້ຍິງຕ້ອງງແຕ່ງໂຕແບບນີ້ ຂ້ອຍຕ້ອງຍອມຮັບກ່ອນວ່າໃນເມື່ອກ່ອນຂ້ອຍກະຄິດວ່າ ກະໂປ່ງເປັນຂອງຜູ້ຍິງ
ແລະທຸກເທື່ອທີ່ຂ້ອຍຄິດວ່າຢາກໃສ່ກະໂປ່ງຂ້ອຍກະຄິດວ່າກະໂປ່ງນັ້ນມັນຖືກເຮັດຫຼືວ່າຜະລິດສຳຫລັບຜູ້ຍິງເທົ່ານັ້ນ ໃນເມື່ອກ່ອນເຫດຜົນທີ່ທຸກຄົນຄິດວ່າມີແຕ່ຜູ້ຍິງເທົ່ານັ້ນທີ່ສາມາດໃສ່ກະໂປ່ງໄດ້ຍ້ອນວ່າເຫັນມີແຕ່ຜູ້ຍິງທີ່ໃສ່ແລະບໍ່ມີຜູ້ຊາຍຄົນໃດກ້າໃສ່ແລະບໍ່ມີໃຜຄິດສິໃສ່
ແຕ່ນີ້ມັນຍຸກໃດແລ້ວ ທຸກຄົນກ້າສະແດງອອກ ທຸກຄົນກ້າທີ່ຈະແຕ່ງໂຕມັນເປັນເລື່ອງທີ່ດີແຮງງ ຢາກໃຫ້ທຸກຄົນເຂົ້າໃຈເຖິງການແຕ່ງໂຕ ຖ້າບໍ່ຍອມເປີດຮັບຫຼືເຂົ້າໃຈອີ່ຫຼີ່ ກະບໍ່ໃຫ້ຢາກແຊະຫຼືແນມຢຽດຫຼືນິນທາລັບຫຼັງ ພໍເຮົາເວົ້າເລື່ອງນີ້ມັນກະເວົ້າເຖິງມາລະຍາດມາລະຍາດບໍ່ແມ່ນສິ່ງທີ່ມີມາແຕ່ເກີດແຕ່ທຸກຄົນສາມາດຮຽນຮູ້ກັນໄດ້ !!
ເລື່ອງນີ້ເຮັດໄຫ້ເຮົາເຫັນເຖິງຄວາມເຫຼື່ອມຂອງສັງຄົມ ບໍ່ຮູ້ວ່າບ່ອນອື່ນຫລືຄວາມຄິດຂອງຄົນອື່ນເປີດຍອມຮັບເລື່ອງແບບນີ້ຮອດໃສແລ້ວ ແຕ່ກຸ່ມບຸກຄົນທີ່ເຂົາເຈີນັ້ນເຂົາຮູ້ເລີຍວ່າເຂົາບໍ່ເປີດຮັບແລະພະຍາຍາມເຂົ້າໃຈເລີຍປລ.ກຸ່ມບຸກຄົນທີ່ເຈີນັ້ນເບິ່ງດູດີມີຫນ້າຕາໃນສັງຄົມແລະມີຫນ້າທີ່ການງານແລະເຮັດວຽກເພື່ອສັງຄົມ ບໍ່ຄິດເລີຍວ່າຄວາມຄິດຂອງຄົນທີ່ເຮັດວຽກເພື່ອສັງຄົມຈະເປັນແບບນີ້
ເຂົາເຈົ້າກະເບິ່ງດູດີມີຖານະໃດ໋ແຕ່ມາລະຍາດດແບບ…..
ຈາກ: Diew Khunnawong