ຝຶກອົບຮົມການຮັບມືກັບເຫດການສຸກເສີນ ແລະ ນໍ້າມັນຮົ່ວໄຫລຕາມທ່າເຮືອ-ອາຄານທ່າເຮືອ
ຂປລ. ແຫລ່ງຂ່າວຈາກແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ການຝຶກແອບຕົວຈິງ ໃນການຮັບມືກັບເຫດການສຸກເສີນ ແລະ ນ້ຳມັນຮົ່ວໄຫລທີ່ທ່າເຮືອ ແລະ ອາຄານທ່າເຮືອ ຈັດຂຶ້ນໃນວັນທີ 26 ເມສາ 2022 ຢູ່ດ່ານປາກຊັນ ໂດຍໄດ້ຮັບງົບປະມານຊ່ວຍເຫລືອລ້າ ພາຍໃຕ້ສັນຍາການນຳໃຊ້ກອງທຶນພິເສດ ໃນຂອບການຮ່ວມມືແມ່ນໍ້າຂອງ-ນໍ້າລ້ານຊ້າງ ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສະຖານທູດ ສປ ຈີນ ປະຈໍາ ສປປ ລາວ ໂດຍມີ ທ່ານ ສົມພອນ ຫລວງລາດ ຮອງຫົວໜ້າກົມທາງນໍ້າ ກະຊວງ ໂຍທາທິການ ແລະ ຂົນສົ່ງ ແລະ ທ່ານ ທອນ ຈັນທະມີນາວົງ ຮອງຫົວໜ້າ
ພະແນກ ຍທຂ ແຂວງບໍລິຄຳໄຊ, ມີກົມທາງນ້ຳ, ກະຊວງການຕ່າງປະເທດ, ຊ່ຽວຊານຈາກປະເທດສິງກະໂປ, ພະແນກ ຍທຂ ແຂວງ-ເມືອງປາກຊັນ ພ້ອມດ້ວຍສະມາຄົມເຮືອ ເຂົ້າຮ່ວມ.
ການຝຶກອົບຮົມໃນຄັ້ງນີ້, ກໍເພື່ອສ້າງຄວາມເຂົ້າໃຈກ່ຽວກັບ ວິທີການນໍາໃຊ້ເຄື່ອງ ມື, ການວາງແຜນການຮັບມືກັບເຫດສຸກເສີນ ແລະ ແຜນການປະຕິບັດຕົວຈິງໃນການຮັບມືກັບນໍ້າມັນຮົ່ວໄຫລ
ກ່ຽວກັບລະບົບການຄຸ້ມຄອງປ້ອງກັນ ເພື່ອຫລຸດຜ່ອນ ອຸບັດເຫດ, ທັງເປັນການປຶກສາຫາລືກົນໄກປະສານງານ ແລະ ວາງການຮັບມື ຂອງໜ່ວຍງານຮັບມືຕໍ່ກັບ ນໍ້າມັນຮົ່ວໄຫລ ແລະ ເຫດສຸກເສີນຢູ່ຕາມທ່າເຮືອ ແລະ ທ່າຄ່ຽນຖ່າຍນໍ້າມັນ ພ້ອມນີ້ ຍັງໄດ້ຝຶກການນຳໃຊ້ອຸປະກອນ ແລະ ການລາຍງານພາຍຫລັງສຳເລັດການປະຕິບັດຕົວຈິງ ພ້ອມແນະນຳການແບ່ງຄວາມຮັບຜິດຊອບຂອງໜ່ວຍງານ
ຮັບມືຕໍ່ກັບນໍ້າມັນຮົ່ວໄຫລ ແລະ ເຫດສຸກເສີນ ເພື່ອສະດວກໃນການຕິດຕໍ່ປະສານງານຫາແຕ່ລະພາກສ່ວນ ແລະ ການແຈ້ງເຕືອນລ່ວງໜ້າໃນເວລາເກີດເຫດຕໍ່ກັບນໍ້າມັນຮົ່ວໄຫລ ແລະ ອື່ນໆໃຫ້ຖ່ວງທັນກັບສະພາບທີ່ເກີດຂຶ້ນ.