ທ່ານຮູ້ແລ້ວຫລືບໍ່, ອາການ long covid ເປັນແນວໃດ

    0
    432

    ທ່ານຮູ້ແລ້ວຫລືບໍ, ອາການ long covid ?ຂປລ. Long COVID ແມ່ນ ອາການເຈັບເປັນ ຕໍ່ເນື່ອງ ຫຼັງຈາກທີ່ຕິດເຊື້ອ ແລະ ຫາຍດີຈາກພະຍາດໂຄວິດແລ້ວ ເຊິ່ງສາມາດສົ່ງຜົນກະທົບຕໍ່ສຸຂະພາບ ແລະ ລະບົບຕ່າງໆໃນຮ່າງກາຍ ໃນໄລຍະຍາວໄດ້ເຊັ່ນກັນ.

    ຄົນເຈັບບາງຄົນ ເຖິງແມ່ນວ່າ ຈະຫາຍດີຈາກພະຍາດໂຄວິດແລ້ວກໍ່ຕາມ ແຕ່ບາງຄົນຈະຍັງມີອາການ Long COVID ແລະ ຈະມີອາການເຫຼົ່ານີ້ຢູ່ ຢ່າງໜ້ອຍ 2 ເດືອນຫຼື ຫຼາຍກວ່ານັ້ນ ເຊິ່ງແຕ່ລະຄົນອາດພົບອາການແຕກຕ່າງກັນ ໂດຍຫຼັກໆ ຈະມີຄືດັ່ງນີ້:

    ລະບົບປະສາດ: ມີອາການອ່ອນແຮງ, ເຈັບຫົວ, ມືນຫົວ, ຫຼົງລືມ, ກ້າມຊີ້ນລີບ. ລະບົບທາງຈິດໃຈ: ນອນບໍ່ຫລັບ, ວິຕົກກັງວົນ, ຊຶມເສົ້າ.ລະບົບຜິວໜັງ: ຜົມຫຼົ່ນ, ຜື່ນແພ້ ລະບົບຫົວໃຈ ແລະ ຫຼອດເລືອດ: ເຈັບໜ້າເອິກ,ໃຈສັ່ນ.

    ລະບົບທາງເດີນຫາຍໃຈ: ຫອບເມື່ອຍ, ໄອຊໍາເຮື້ອ. ລະບົບທົ່ວໄປ: ມີອາການອ່ອນເພຍ, ປວດເມື່ອຍກ້າມຊີ້ນ, ປວດຕາມຂໍ້. ເຖິງຢ່າງກໍດີ ອາການຜິດປົກກະຕິສ່ວນໃຫຍ່ ຂ້າງເທິງນີ້ ແມ່ນສາມາດຫາຍໄດ້ເອງ, ແຕ່ຖ້າຫາກທ່ານໃດ ສັງເກດເຫັນວ່າ ອາການດັ່ງກ່າວ ຕໍ່ເນື່ອງຫຼາຍກວ່າ 2- 3 ເດືອນ ຄວນໄປພົບແພດຢູ່ຈຸດບໍລິການໃກ້ບ້ານທັນທີ. ການໄປພົບແພດ ພາຍຫຼັງຫາຍດີຈາກພະຍາດໂຄວິດແມ່ນໃຫ້ ແຈ້ງບອກ ວ່າ ເຄີຍຕິດໂຄວິດມາກ່ອນ ເພື່ອແພດຈະໄດ້ຄິດເຖິງກຸ່ມອາການຂອງ Long COVID ພ້ອມທັງ ໃຫ້ຄຳແນະນຳ, ໃຫ້ການປິ່ນປົວຢ່າງຖືກຕ້ອງ ແລະ ທັນການ.

    (ຂໍ້ມູນຈາກຄະນະສະເພາະກິດ, ຖະແຫລງຂ່າວປະຈຳວັນທີ 27/4/2022).

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.