ຮອງປະທານປະເທດ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

    0
    281

    ຮອງປະທານປະເທດ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

    ຂປລ. ໂດຍຕອບສະໜອງຕາມຄໍາເຊີນ ຂອງ ສະຫາຍ ນາງ ຫວໍ ຖິ ແອັງ ຊວັນ ຮອງປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄະນະຜູ້ແທນຂັ້ນສູງ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ນໍາໂດຍ ສະຫາຍ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສປ ປ ລາວ ໄດ້ເດີນທາງຢ້ຽມຢາມສາທາລະນະລັດ ສັງຄົມນິຍົມຫວຽດນາມ ຢ່າງເປັນທາງການ ໃນລະ ຫວ່າງ ສັນທີ 25-27 ເມສາ 2022.

    ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບອັນສະໜິດສະໜົມຖານສະຫາຍອ້າຍນ້ອງ ທີ່ສໍານັກງານປະທານປະເທດ ໂດຍການເຂົ້າຮ່ວມຂອງຄະນະຜູ້ແທນຫວຽດນາມ ແລະ ລາວ ພ້ອມດ້ວຍພະນັກງານກ່ຽວຂ້ອງທັງສອງຝ່າຍ. ຫລັງຈາກນັ້ນ, ສອງຮອງປະທານປະເທດ ໄດ້ພົບປະປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນຢ່າງກວ້າງຂວາງ, ເລິກເຊິ່ງ ແລະ ກົງໄປກົງມາ ກ່ຽວກັບສະພາບການອັນພົ້ນເດັ່ນຂອງແຕ່ລະປະເທດ, ສະພາບການພາກພື້ນສາກົນ, ການຮ່ວມມືສອງປະເທດ ແລະ ການຮ່ວມມື ລະຫວ່າງ ສອງຫ້ອງວ່າການປະທານປະເທດ.

    ສອງຝ່າຍໄດ້ຕີລາຄາສູງຕໍ່ການຮ່ວມມືໃນໄລຍະຜ່ານມາ ເຖິງວ່າຈະມີການແຜ່ລະບາດຂອງພະຍາດໂຄວິດ-19, ແຕ່ການຮ່ວມມືສອງຝ່າຍ ລາວ-ຫວຽດນາມ ຍັງໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ, ບັນດາການຕົກລົງສອງຝ່າຍໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ, ການນໍາຂັ້ນສູງສອງຝ່າຍໄດ້ ໄປມາຫາສູ່ກັນຢ່າງເປັນປົກກະຕິ, ພ້ອມນັ້ນ, ສອງຝ່າຍ ຍັງໄດ້ຢືນຢັນຄືນ ທິດທາງການຮ່ວມມື

    ໃນຕໍ່ໜ້າ ທີ່ການນໍາຂັ້ນສູງສອງປະເທດໄດ້ມີການຕົກລົງຮ່ວມກັນ ແລະ ເພີ່ມທະວີການຮ່ວມມືໃນການຈັດຕັ້ງປະຕິບັດ ບັນດາຂໍ້ຕົກລົງ ແລະ ເອກະສານຮ່ວມມືຕ່າງໆ ທີ່ສອງພັກ, ສອງລັດ ກໍຄື ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ມີຮ່ວມກັນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ; ພ້ອມກັນສະເຫລີມສະຫລອງ ປີສາມັກຄີມິດຕະພາບ 2022 ຢ່າງຟົດຟື້ນ ແລະ ມີຄວາມໝາຍເລິກເຊິ່ງ, ເອົາໃຈໃສ່ໂຄສະນາເຜີຍແຜ່ໃຫ້ແກ່ສັງຄົມ ໂດຍສະເພາະຄົນຮຸ່ນໜຸ່ມໃຫ້ເຂົ້າໃຈ ກ່ຽວກັບມູນເຊື້ອສາຍພົວພັນພິເສດສອງຊາດ ເພື່ອສະ ເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ (5/9/1962-5/9/ 2022) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານ ຄົບຮອບ 45 ປີ (18/7/ 1977-18/7/2022).

    ໃນໂອກາດຢ້ຽມຢາມ ສສ ຫວຽດນາມ ໃນຄັ້ງນີ້, ສະຫາຍ ຮອງປະທານປະເທດ ປານີ ຢາທໍ່ຕູ້ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຫງວຽນ ຝູ ຈ໋ອງ, ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ, ສະຫາຍ ຫງວຽນ ຊວັນ ຟຸກ ປະທານປະເທດ ແລະ ສະຫາຍ ເວືອງ ດິ່ງ ເຫວະ ປະທານສະພາແຫ່ງຊາດ ເຊິ່ງບັນດາການພົບປະດັ່ງກ່າວ ແມ່ນເຕັມໄປດ້ວຍບັນຍາກາດອັນສະໜິດສະໜົມ ແລະ ຄວາມສາມັກຄີ ຖານ ສະຫາຍອ້າຍນ້ອງ, ພ້ອມນັ້ນ, ສະຫາຍ ຮອງປະທານປະເທດ ກໍໄດ້ພົບປະຢ້ຽມຢາມ ສະຫາຍ ຫງວຽນ ຖິ ກີມ ເງິນ ອະດີດປະທານສະພາແຫ່ງຊາດ ແລະ ສະຫາຍ ຕ໋ອງ ຖິ ຝອງ ອະດີດຮອງປະທານສະພາແຫ່ງຊາດ ທີ່ໄດ້ເຄີຍປະຕິບັດວຽກງານຮ່ວມກັນ ແລະ ໄດ້ສືບຕໍ່ເຄື່ອນໄຫວຢ້ຽມຢາມ ເພື່ອຖອດຖອນບົດ ຮຽນໃນການພັດທະນາ ແລະ ຫລຸດຜ່ອນຄວາມທຸກຍາກ ຢູ່ແຂວງ ກວາງນິງ ແລະ ແຂວງຮ່າຢາງ.

    ຂ່າວ-ພາບ: ກຕທ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.