ຄືດັ່ງທີ່ທຸກຄົນຮູ້ດີ, ເຄື່ອງມືສື່ສານເຕັກໂນໂລຊີ ເປັນສິ່ງທີ່ມາພ້ອມຄວາມສະດວກ ໃຫ້ປະໂຫຍດຫຼາຍຢ່າງແກ່ຊີວິດຂອງພວກເຮົາໃນປະຈຸບັນ ໂທລະສັບມືຖືບໍ່ພຽງເປັນອຸກອນກອນສື່ສານໄວ້ຕິດຕໍ່ຫາກັນເທົ່ານັ້ນ ແຕ່ໄດ້ການເປັນເຄື່ອງມືຫາກິນປະເພດໜຶ່ງ ແຕ່ໃນນັ້ນຢ່າງລືມວ່າທຸກຢ່າງທີ່ໃຫ້ປະໂຫຍດແມ່ນມີໂທດຂອງມັນຢູ່.
ດັ່ງເຫດການນີ້ ເປັນເລື່ອງທີ່ໜ້າເສົ້າຫຼາຍ ຊາຍໜຸ່ມຍັງກຳລັງເປັນກຳລັງແຮງສຳຄັນຂອງຊາດ ຕ້ອງຈາກໄປເພາະໂທລະສັບ ເຊິ່ງບໍ່ແນ່ໃຈໄດ້ວ່າ ມີສາຍສະເບົ້າສຽບຫູຫຼືບໍແຕ່ຜູ້ກ່ຽວຈາກໂລກນີ້ໄປຍ້ອນຖືກໄຟຟ້າຊັອດ ຍ້ອນລາກປັກສຽບເຂົ້າມາບ່ອນນອນ.
ເຫດເກີດຂຶ້ນໃນວັນທີ 26.04.2022 ເວລາ 10:48ນາທີ ໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວໄດ້ຮັບແຈ້ງເຫດຜ່ານເບີ 084 1625 ວ່າມີຄົນຖືກໄຟຟ້າຊ໊ອດຢູ່ທີ່ບ້ານ ພິບຸນທອງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເມື່ອໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວໄປຮອດສະຖານທີ່ເກີດເຫດພົບເຫັນຜູ້ເສຍຊີວິດ 01ຄົນ:
ຜູ້ເສຍຊີວິດ:ທ້າວ ສົມລິດ ອາຍຸ23ປີບ້ານຫາດຫອມ ເມືອງ ຜາອຸດົມ ແຂວງບໍ່ແກ້ວ ມີບາດແຜ:ເລືອດອອກຫູ,ອອກດັງ,ຕາມຕົນຕົວມີຮອຍຝົກຊໍ້າ.
ດັ່ງນັ້ນ, ໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວຈື່ງໄດ້ທຳການຫໍ່-ມ້ຽນສົບຜູ້ເສຍຊີວິດແລ້ວສົ່ງໄປທີ່ໂຮງໝໍແຂວງບໍ່ແກ້ວເພື່ອລໍ່ຖ້າຍາດພີ່ນ້ອງມານຳເອົາສົບໄປທຳພິທີທາງສາສະໜາ.
ເຫດການນີ້ສາມາດນຳມາເປັນອຸທາຫອນເຕືອນທຸກຄົນ ເລື່ອງການນຳໃຊ້ໄຟຟ້າ ໂທລະສັບ ຍາມນອນບາງຄົນຫຼັບເລີກຫຼັບໄປແລ້ວບໍ່ຮອດຍາມກະບໍຕື່ນ ສະນັ້ນຢ່າເດັດຂາດການເອົາໄຟຟ້າເຂົ້າໃກ້ຕົວ ເພາະອັນຕະລາຍເຖິງຊີວິດ.