ເຟສບຸກຊື່ ຍິງ ສ່ະດ້ວຍ ຊຶ່ງເປັນຄູສອນໂຮງຮຽນແຫ່ງຫນຶ່ງ ໄດ້ໂພດເລື່ອງ ຂອງນັກຮຽນອະນຸບານຄົນຫນຶ່ງທີ່ຕ້ອງນັ່ງກິນເຂົ້າທ່ຽງທີ່ຄູສອນແບ່ງປັນໃຫ້ ເພາະແມ່ບໍ່ມີວຽກເຮັດ ແລະ ລະບຸຂໍ້ຄວາມວ່າ “ຂ້ອຍບໍ່ໄດ້ຕັ້ງໃຈຈະຂໍບໍລິຈາກ, ແຕ່ຍ້ອນຄວາມເມດຕາຈາກອ້າຍເອື້ອຍນ້ອງໃນເຟສບຸກໄດ້ພາກັນເຂົ້າມາຊ່ວຍເຫຼືອນ້ອງ
ມື້ອື່ນແມ່ເຜິ້ງຈະນຳເອົາເງິນໄປມອບໃຫ້ຄອບຄົວຂອງນ້ອງ ອາຈານແບ່ງປັນຫຍັງໃຫ້ ກາກິນທຸກຢ່າງ ຂ້ອຍຢູ່ກັບແມ່ ບາງມື້ຂ້ອຍກໍບໍ່ມີເງິນກິນເຂົ້າຫນົມ ຂ້ອຍມີເຮືອນຫຼັງນ້ອຍໆ ບໍ່ສາມາດເລືອກເກີດໄດ້ແທ້ໆ
ນັກຂ່າວໄດ້ສອບຖາມກັບ ນາງສາວ ນາດອະນົງ ອິນໂຕ ຫຼື ຄູນ້ຳເຜີ້ງ ອາຈານສອນຢູ່ໂຮງຮຽນບ້ານພຸນ້ຳຮ້ອນ, ຫມູ່ 4, ຕ. ດ່ານຊ້າງ, ເມືອງ ດ່ານຊ້າງ, ແຂວງ ສຸພັນບູລີ
ເຈົ້າຂອງເຟສບຸກບອກວ່າ ນັກຮຽນຢູ່ຊັ້ນອະນຸບານ 3 ຢູ່ໂຮງຮຽນທີ່ເພິ່ນສອນ
ຊື່ ເດັກຊາຍ ຕົ້ນກ້າ ຫຼື ນ້ອງເຂົ້າຕົ້ມ ອາຍຸ 6 ປີ ສາເຫດທີ່ຕັດສິນໃຈລົງຄລິບ ເພາະຮູ້ສຶກສົງສານນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກໃນຄອບຄົວ
ເພາະວ່າແມ່ເຮັດອາຊີບ ຮັບຈ້າງແຮງງານປະຈໍາວັນ ລາຍຮັບບໍ່ໝັ້ນຄົງ, ບາງມື້ກໍ່ບໍ່ມີເງິນທີ່ຈະຊື້ເຂົ້າກິນ
ສໍາລັບນິໄສຂອງເຂົ້າຕົ້ມນັ້ນ ລາວເປັນເດັກດີວ່ານອນສອນງ່າຍ, ດຸໝັ່ນ, ມັກເຫຼືອຊ່ວຍຄູ ບໍ່ກັງວົນກັບການເຮັດວຽກຫນັກ ຫຼື ວຽກງານເບົາ ເພາະສະນັ້ນຈຶ່ງຖືກຮັກແພງໂດຍທຸກຄົນ ຜູ້ໃດແບ່ງປັ່ນອັນກິນໃຫ້ ນ້ອງເຂົ້າຕົ້ມກໍກິນໝົດ ເພາະຫິວເຂົ້າ
ນາງສາວ ໄກ່ (ນາມສະກຸນ) ອາຍຸ 38 ປີ, ແມ່ເຂົ້າຕົ້ມ ບອກໃຫ້ຮູ້ວ່າ: ປະຈຸບັນນີ້ ຄອບຄົວມີຄວາມຫຍຸ້ງຍາກຫຼາຍ ສ່ວນໜຶ່ງແມ່ນຍ້ອນພໍ່ຂອງນ້ອງເຂົ້າຕົ້ມ ຫາກໍ່ເສຍຊີວິດ ໄປໃນປີກາຍນີ້
ສ່ວນຕົນເອງກໍມີອາຊີບຮັບຈ້າງປະຈຳວັນ ແລະ ລາຍຮັບບໍ່ແນ່ນອນ ບາງມື້ກໍ່ບໍ່ມີເງິນກິນເຂົ້າ ຕ້ອງໄປຂໍເຂົ້າຢູ່ວັດເພື່ອລ້ຽງດູຊີວິດຂອງສອງແມ່ລູກ
ທີ່ຢູ່ອາສັຍ ໃນປັດຈຸບັນ ຕ້ອງໄດ້ປູກ ສັງກະສີ ເພືອອາສັຍ ຊົ່ວຄາວ ໃນພື້ນທີ່ ຂອງປະຊາຊົນ ໃນຊຸມຊົນ ຍ້ອນບໍ່ມີທີ່ຢູ່ເປັນຫຼັກແຫຼ່ງ