ແມ່ຕູ້ ຊາວຢີ່ປຸ່ນ ທີ່ມີອາຍຸຫຼາຍທີ່ສຸດໃນໂລກເສຍຊີວິດແລ້ວ

    0
    214

    ໃນວັນທີ 25 ເມສາ 2022 ເຈົ້າໜ້າທີ່ຂອງຍີ່ປຸ່ນເຜີຍວ່າ: ຄາເນະທານາກະ ຍິງຊາວຍີ່ປຸ່ນທີ່ມີອາຍຸຫຼາຍທີ່ສຸດໃນໂລກ ໄດ້ເສຍຊີວິດລົງແລ້ວດ້ວຍອາຍຸ 119 ປີ.

    ສຳນັກຂ່າວໂຕກຽວລາຍງານວ່າ: ທ້າວ ເຊອິທາໂຣ ຫັດໂຕຮິ ເຈົ້າແຂວງຟຸກຸໂອກະ ຊຶ່ງຕັ້ງຢູ່ທາງຕາເວັນຕົກເຂດເກາະຄຶວຊູທາງຕອນໃຕ້ຂອງຢີ່ປຸ່ນ ລະບຸໃນຖະແຫຼງການວ່າ: ນາງ ທານາກະ ໄດ້ເສຍໍີວິດ ແລ້ວດ້ວຍອາຍຸ 119 ປີ ເມື່ອວັນທີ່ 19 ເມສາ ທີ່ຜ່ານມາ ເຂົາຮູ້ສຶກເສຍໃຈຫຼາຍຫຼັງຈາກຮູ້ຂ່າວການເສຍຊີວິດໃນຄັ້ງນີ້ ເນື່ອງຈາກເຂົາໄດ້ວາງແຜນທີ່ຈະຈັດງານລ້ຽງ ສະຫຼອງຮ່ວມກັບ ທານະກະ ໃນວັນເຄົາລົບຜູ້ສູງອາຍຸ.

    ທານາກະ ເກີດໃນວັນທີ 2 ມັງກອນ ປີ 1903 ຢູ່ໃນແຂວງຟຸກຸໂອກະ ເຊິ່ງເປັນປີດຽວກັບສອງພີ່ນ້ອງຕະກູນ ໄລຕ์ ຄື ອໍວິວໄລຕ์ ແລະ ວິວເບີໄລຕ์ ປະສົບຄວາມສຳເລັດຈາກການນຳເຄື່ອງບິນຕົ້ນແບບລຳທຳອິດຂອງໂລກ ບິນຂຶ້ນສູ່ທ້ອງຟ້າ ແລະ ເປັນປີດຽວກັນທີ່ ມາຮີ ກູຮີ ນັກເຄມີຊາວໂປໂລຍ ຜູ້ຄົ້ນພົບລັງສີ ເຣເດຍ ທີ່ໃຊ້ຢັບຢັ້ງການຂະຫຍາຍຕົວຂອງມະເຮັງ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.