ນັກສະແດງ ຮໍລິວູດສະໜັບສະໜູນການກວດລ້າງລ ະ ເ ບີ ດໃນປະເທດລາວ

    0
    408

    ນາງ ໂຣຊາມຸນດ໌ ໄພຄ໌ (Rosamund Pike) ນັກສະແດງຮໍລິວູດສາວຊາວອັງກິດ ໄດ້ອອກມາຮຽກຮ້ອງໃຫ້ປະຊາຊົນສະໜັບສະໜູນແຄມເປນເພື່ອຊ່ວຍເກັບກູ້ລະເບີດທີ່ບໍ່ທັນແຕກໃນລາວ.

    ແຄມເປນດັ່ງກ່າວມີຊື່ວ່າ Unlock the Land (ການປົດລັອກພື້ນທີ່) ເຊິ່ງດໍາເນີນໂຄງການໂດຍ Mines Advisor Group (MAG) ໂດຍມີຈຸດປະສົງເພື່ອສະຫນອງທຶນໃຫ້ແກ່ທີມແມ່ຍິງລາວເພື່ອກໍາຈັດລະເບີດທີ່ຮ້າຍແຮງຕໍ່ຊີວິດ ເຊິ່ງຍັງຄົງຕົກຄ້າງຢູ່ໃນປະເທດລາວຢູ່ຫຼັງຈາກຖືກຖີ້ມລົງໃນລະຫວ່າງສົງຄາມອິນດູຈີນ.

    ໃນຂໍ້ຄວາມວິດີໂອທີ່ບັນທຶກເປັນສ່ວນຫນຶ່ງຂອງແຄມເປນດັ່ງກ່າວ, ນາງ ໂຣຊາມຸນດ໌ ໄພຄ໌ ກ່າວວ່າ: “ໃນຕອນນີ້, ນາທີນີ້, ລະເບີດທີ່ບໍ່ທັນແຕກກໍາລັງຄຸກຄາມຊີວິດຂອງເດັກນ້ອຍໃນລາວໃນອາຊີຕາເວັນອອກສຽງໃຕ້ ເຖິງແມ່ນວ່າລະເບີດເຫຼົ່ານັ້ນຈະຖືກຖິ້ມລົງເປັນທົດສະວັດແລ້ວກໍ່ຕາມ.

    “ປະຊາຊົນກໍາລັງສ່ຽງຊີວິດຂອງພວກເຂົາໃນແຕ່ລະມື້ ໂດຍທີ່ບໍ່ຮູ້ເລີຍວ່າອັນຕະລາຍແອບແຝງຕົວຢູ່ໃນດິນແດນຂອງພວກເຂົາ. ປະເທດລາວເປັນປະເທດທີ່ຖືກຖິ້ມລະເບີດຢ່າງໜັກໜ່ວງຫຼາຍທີ່ສຸດໃນໂລກຕໍ່ຫົວຄົນ ໂດຍມີລະເບີດສອງລ້ານໂຕນຖືກຖີ້ມລົງໃນລະຫວ່າງພາລະກິດຖີ້ມລະເບີດຈໍານວນ 580,000 ໜ່ວຍ, ອີງຕາມລາຍງານຂອງ MAG. ນັກສະແດງສາວຊາວອັງກິດກ່າວວ່າ, “ຊຸມຊົນເຫຼົ່ານີ້ຕ້ອງການຄວາມຊ່ວຍເຫຼືອໃນຂະນະນີ້ ແລະ ນັ້ນເປັນເຫດຜົນທີ່ຂ້ອຍສະຫນັບສະຫນູນວຽກງານຂອງ MAG ແລະ ບັນດາຜູ້ເກັບກູ້ລະເບີດທີ່ກ້າຫານຂອງລາວ.”

    “ມາຮ່ວມເປັນສ່ວນໜຶ່ງກັບຂ້ອຍໃນການຊ່ວຍເຫຼືອ MAG ເພື່ອປົດລັອກພື້ນທີ່ໃຫ້ປະຊາຊົນລາວ ເພື່ອໃຫ້ເດັກນ້ອຍໄດ້ຫຼິ້ນຢ່າງປອດໄພ. ຂ້ອຍຄິດວ່າພວກເຂົາຕົກຢູ່ໃນອັນຕະລາຍດົນເກີນໄປແລ້ວ, ວ່າບໍ່?”

    ນາງ ໂຣຊາມຸນດ໌ ໄພຄ໌ ​ເຊິ່ງ​ເປັນ​ເອກ​ອັກຄະ​ລັດຖະທູດ​ປະຈຳ​ອົງການ MAG ກ່າວ​ວ່າ ອົງການ​ດັ່ງກ່າວ​ໃຊ້​ພະນັກງານ​ທີ່​ໄດ້​ຮັບ​ການ​ຝຶກ​ອົບຮົມ​ມາເປັນຢ່າງດີ ​ແລະ ເຄື່ອງ​ຈັກ​ພິ​ເສດ​ໃນການຄົ້ນຫາ ​ແລະ ທຳລາຍ​ລະ​ເບີດ ​ແລະ ລະ​ເບີດທີ່​ຝັງ​ດິນ. ນັກສະແດງຍິງ The Wheel of Time ໄດ້ຖືກແຕ່ງຕັ້ງໃຫ້ເປັນເອກອັກຄະລັດຖະທູດຂອງ MAG ຄົນທຳອິດໃນວັນຮັບຮູ້ກ່ຽວກັບລະເບີດຝັງດິນສາກົນ, ວັນທີ 4 ເມສາ 2021.

    ອ້າງອີງຈາກ: The Laotian Times

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.