ເວົ້າໄດ້ວ່ານີ້ເປັນຂ່າວທີ່ຄົນທັງຫຼາຍໃຫ້ຄວາມສົນໃຈໃນອັນດັບ 1 ມາເປັນເວລາດົນນານ ເມື່ອນັກສະແດງສາວ “ແຕງໂມ ນິດາ” ໄດ້ປະສົບອຸບັດເຫດຕົກຈາກເຮືອໄວຢູ່ກາງແມ່ນ້ຳເຈົ້າພະຍາ ຈົນເສຍຊີວິດ ເຊິ່ງມື້ນີ້ກໍເປັນເວລາ 2 ເດືອນແລ້ວ
ລ່າສຸດທາງຕຳຫຼວດໄດ້ອອກຖະແຫຼງການ ສະຫຼຸບກໍລະນີແຕງໂມ ອຸປະຕິເຫດຫຼືການຄາດຕະກໍາ? ໂດຍການເຂົ້າຮ່ວມກອງປະຊຸມຖະແຫຼງຂ່າວ ສະຫຼຸບການສືບສວນ-ສອບສວນຄະດີ “ນາງ ນິດາ ພັດຊະຣະ ວິລະພົງ” ເສຍຊີວິດ ທີ່ຫ້ອງປະຊຸມອຳພອນ ວິວ ອາຄານອະເນກປະສົງ ປ.1
ໂດຍປະກາດການເສຍຊີວິດຂອງ “ແຕງໂມ – ນິດາພັດຊະລະວົງ” ທີ່ຕົກຈາກເຮືອໄວ ຈົມນ້ຳໃນແມ່ນ້ຳເຈົ້າພະຍາ ທີ່ຫໍປະຊຸມອຳພອນວິວັດ ອາຄານອະເນກປະສົງ ກອງບັນຊາການ ປກສ ແຂວງ 1 ໃຫ້ຮູ້ວ່າ: ຈາກການສືບສວນ-ສອບສວນຂອງເຈົ້າໜ້າທີ, ຜູ້ຕ້ອງສົງໄສ 6 ຄົນ ມີພະຍານທັງໝົດ 124 ຄົນ ເກັບກຳຂໍ້ມູນຂອງພະຍານທັງໝົດ 88 ໜ່ວຍ ເອກະສານຫຼັກຖານ 47 ສະບັບ ຄລິບວີດີໂອ 200 ແຜ່ນ ເອກະສານທັງໝົດ 2249 ເອກະສານ
ແລະມີໄລຍະເວລາທີ່ເຮັດໃຫ້ ກະຈ່າງທົ່ວປະເທດ ຄຳຕອບ ຕຳຫຼວດປະກາດຄະດີ ສາເຫດຂອງການເສຍຊີວິດ “ແຕງໂມ ນິດາ” ນາງໄດ້ເສຍຊີວິດຈາກການຂາດອາກາດຫາຍໃຈ ຈາກການຈົມນໍ້າ