ຄາດສິຊວຍ! ໝູ່ໃຊ້ໃຫ້ໄປໃສ່ນ້ຳມັນລົດແຕ່ລົດທີ່ເອົາໄປນັ້ນແມ່ນລົດທີ່ຖືກລັກມາ

    0
    466

    ເຖິງຄາວຊວຍ!ຫມູ່ໃຊ້ຂັບລົດໄປໃສ່ນໍ້າມັນແຕ່ນັ້ນແມ່ນລົດຖືກລັກມາ ຖືກເຈົ້າໜ້າທີ່ຈັບພ້ອມ ຢ າ ບ້ າອີກໃນວັນວັນທີ 7-8 ເມສາ 2022 ເຈົ້າໜ້າທີ່ຕຳຫຼວດກອງບັນຊາການ ປກສ ເມືອງ ໂພນໂຮງ ແຂວງວຽງຈັນ ໄດ້ຮັບແຈ້ງເຫດວ່າ ມີຄົນຮ້າຍລັກລົດຮຸນໄດຍີ່ຫຍໍ້ H100 ສີຂາວ ໝາຍເລກທະບຽນ ກກ 0424 ວຽງຈັນ (ປ້າຍຟ້າ) ຂອງ ທ້າວ ວົງສີ ບ້ານ ແສນຊຸມ ເມືອງໂພນໂຮງ ແຂວງວຽງຈັນ.

    ຫຼັງຈາກນັ້ນ, ເຈົ້າໜ້າທີ່ໜ່ວຍງານວິຊາສະເພາະ ຈຶ່ງໄດ້ລົງສົບທົບກັບພາກສ່ວນທີ່ກ່ຽວຂ້ອງ ແລະ ຂຶ້ນບັນຊີເປົ້າໝາຍຜູ້ກໍ່ເຫດ ຮອດວັນທີ 9 ເມສາ 2022 ຈື່ງພົບເຫັນລົດຮຸນໄດຄັນທີ່ຖືກລັກໄປນັ້ນ ມຸ້ງໜ້າໄປໃສ່ນ້ຳມັນຢູ່ປ້ຳນ້ຳມັນ ບ້ານ ຫ້ວຍປາມ້ອມ ເມືອງວັງວຽງ ແຂວງວຽງຈັນ ເຈົ້າໜ້າທີ່ຈຶ່ງໄດ້ກັກຕົວ ທ້າວ ໄມ ອາຍຸ 25 ປີ ອາຊີບ ກຳມະກອນ ຢູ່ບ້ານ ທ່າເຮືອ ເມືອງວັງວຽງ ແຂວງວຽງຈັນ ຜູ້ຂັບຂີ່ລົດຮຸນໄດນັ້ນມາສຶບສວນ-ສອບສວນ.

    ທ້າວ ໄມ ໄດ້ໃຫ້ການຮັບສາລະພາບວ່າ: ໃນເບື້ອງຕົ້ນເວລາປະມານ 18 ໂມງ ຂອງວັນທີ 8 ເມສາ 2022 ຈຸດປະສົງແມ່ນໄປຫາໝູ່ຊື່ທ້າວ ຕຸ້ຍ ອາຍຸ 35 ປີ ອາຊີບ ເຮັດນາ ຢູ່ບ້ານ ຫ້ວຍໝໍ້ ເມືອງວັງວຽງ ແຂວງວຽງຈັນ ຜູ້ກ່ຽວໄດ້ໄປນອນຢູ່ເຮືອນຂອງທ້າວຕຸ້ຍ ຈົນຮອດເວລາ 9 ໂມງ ຂອງວັນທີ 9 ເມສາ 2022

    ໄດ້ມີທ້າວ ໄມເລະ ຢູ່ບ້ານຫ້ວຍປາມ້ອມ ເມືອງວັງວຽງ ແຂວງວຽງຈັນ ມາຫາຢູ່ເຮືອນຂອງທ້າວ ຕຸ້ຍ ຈາກນັ້ນກໍ່ພາກັນໄປເ ສ ບຢ າ ບ້ າ ຜູ້ລະ 2 ເມັດ ແລ້ວທ້າວ ໄມເລະ ກໍ່ໄດ້ເອົາ ຢ າ ບ້ າໃຫ້ຜູ້ກ່ຽວຈຳນວນ 8 ເມັດ ແລ້ວທ້າວ ໄມເລະ ຂີ່ລົດອອກໄປໃສແມ່ນບໍ່ຮູ້ ຕໍ່ມາໄດ້ມີທ້າວ ອ໋ອດ ບໍ່ຮູ້ບ້ານ ຂີ່ລົດຈັກເວບຈີນ ສີຟ້າຂຶ້ນມາຫາຢູ່ເຮືອນທ້າວ ຕຸ້ຍ ແລ້ວບອກໃຫ້ຜູ້ກ່ຽວເອົາລົດໃຫຍ່ໄປໃສ່ນ້ຳມັນໃຫ້

    ຈາກນັ້ນຜູ້ກ່ຽວກໍ່ຂຶ້ນລົດຈັກໄປນຳທ້າວອ໋ອດ ມຸ້ງໜ້າໄປທາງວັດທ່າເຮືອ ບ່ອນມ້ຽນເຮືອລວມຂ້ອງບ້ານ ພໍໄປຮອດບ່ອນຈອດລົດໃຫຍ່ ທ້າວ ອ໋ອດ ເອົາເງີນໃຫ້ຜູ້ກ່ຽວ 200,000 ກີບ ເພື່ອໄປໃສ່ນ້ຳມັນລົດໃຫ້ ແລ້ວ ທ້າວ ອ໋ອດ ໄດ້ບອກຜູ້ກ່ຽວອີກວ່າ ຖ້າໃສ່ນ້ຳມັນລົດແລ້ວໃຫ້ຂັບໄປສົ່ງຢູ່ຂອບເຂດ ບ້ານ ສີວິໄລ ຈະຖ້າເອົາຢູ່ແຄມທາງ ແລ້ວຈະເອົາເງີນໃຫ້ອີກ.

    ຈາກນັ້ນ ຜູ້ກ່ຽວຈິ່ງໄດ້ຂີ່ລົດຮຸນໄດຄັນດັ່ງກ່າວ ອອກໄປໃສ່ນ້ຳມັນຢູ່ປ້ຳນ້ຳມັນ ຫ້ວຍປາມ້ອມ ຈຶ່ງຖືກເຈົ້າໜ້າທີ່ກັກຕົວພ້ອມລົດຮຸນໃດ H100 ຈຳນວນ 1 ຄັນ ແລະ ຢ າ ບ້ າຈຳນວນ 8 ເມັດ.

    ທ້າວ ໄມເລະ ຢູ່ບ້ານຫ້ວຍປາມ້ອມ ເມືອງວັງວຽງ ແຂວງວຽງຈັນ ແລະ ທ້າວ ອ໋ອດ ຢູ່ບ້ານຮ່ອງຄ້າ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຜູ້ຮ່ວມລົງມືລັກຕົວຈິງແມ່ນເອົາຕົວຫຼົບໜີ, ປະຈຸບັນເຈົ້າໜ້າທີ່ໜ່ວຍງານວິຊາສະເພາະ ກອງບັນຊາການ ປກສ ເມືອງໂພນໂຮງ ກຳລັງຕິດຕາມຕົວພວກກ່ຽວທັງ 2 ມາລົງໂທດຕາມລະບຽບກົດໝາຍ.

    ຂ່າວ ປກສ ແຂວງວຽງຈັນ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.