ຕາອີຕົນ! ບັ້ນປາຍຊີວິດຢູ່ຕາມລຳພັງ ລູກເຕົ້າມາຕົວະຂາຍດິນຂາຍລົດແລ້ວວ່າຊິເອົາໄປຢູ່ນຳສຸດທ້າຍກະບໍ່ເອົາໄປແລະຖີ້ມປະກໍ່ເລີຍໄດ້ຢູ່ຄົນດຽວ

    0
    428

    ເຫັນແລ້ວເສົ້າໃຈ! ລູກທໍລະພີ ຕົວະຂາຍເຮີຶອນດິນພໍ່ແລ້ວໜີ ປະພໍ່ຢູ່ຫ້ອງເຊົ່າພຽງລຳພັງ

    ຈາກເຟສບຸກທ່ານໜຶ່ງໄດ້ໂພສວ່າ:ຂີ່ລົດມາເຫັນພໍ່ຕູ້ນີ້ຍ່າງຕໍ່ຕີນຊ້າໆ ຈະໄປໂຮງໝໍ ກະເລີຍຈອດລົດຖາມວ່າຊິໄປໃສພໍ່ຕູ້ກະວ່າຊິໄປໂຮງໝໍ ຖາມວ່າເປັນຫຍັງກະວ່າເຈັບຫົວໃຈປວດກະດູກຕາມຕົນໂຕ ໂຕເອງເລີຍຖາມມານຳໃຜເພີ່ນກະວ່າມາຜູ້ດຽວ

    ລູກເຕົ້າຖີ້ມປະໜົດ ເຂົາເນລະຄຸນພໍ່ ພໍ່ຢູ່ຫ້ອງແຖວຄົນດຽວເຊົ່າຫ້ອງຢູ່ເປັນພະນັກງານບຳນານ ລູກເຕົ້າມາຕົວະຂາຍດິນຂາຍລົດແລ້ວວ່າຊິເອົາໄປຢູ່ນຳສຸດທ້າຍກະບໍ່ເອົາໄປແລະຖີ້ມປະກະເລີຍໄດ້ຢູ່ຄົນດຽວ ມາໂຮງໝໍຄົນດຽວຟັງແລ້ວນ້ຳຕາຈົນອອກ ໂຕເອງເລີຍພາໄປໂຮງໝໍແລະໃຫ້ນ້ອງໆຊ່ວຍກັນພາໄປກວດ

    ຫລັງຈາກກວດແລ້ວກໍ່ພາໄປສົ່ງຢູ່ຫ້ອງແຖວເພີ່ນເຊົ່າ ພໍ່ຕູ້ເປັນພະນັກງານບຳນານ ເຄີຍເປັນອາຈານສອນ ເປັນນັກຮົບເກົ່າ ມີເງິນເງິນຈ່າຍຫ້ອງແຖວ ແມ່ນໃຊ້ຈ່າຍເງິນບຳນານແຖວຈອມມະນີ ມ.ຈັນທະບູລີ ນະຄອນຫຼວງວຽງຈັນ ຢູ່ຄົນດຽວຕາມເພີ່ນບອກເລົ່າ

    ເຫັນແລ້ວກະເສົ້າໃຈໃຜຢາກຊ່ວຍເຫຼືອອາຫານການກິນເອົາບຸນນຳກັນບໍ່ ຕາມການບອກເລົ່າເພີ່ນບໍ່ຮູ້ວ່າແມ່ນເລື່ອງຈິງບໍ່ ຂໍອານຸຍາດເລົ່າແລະໂພຮດຕາມເພີ່ນໃຫ້ຂໍ້ມູນ ຖ້າບໍ່ຖືກບໍ່ຕ້ອງຂໍໂທດຂໍອະໄພຫຼາຍໆເພື່ອຫຼາຍໆຄົນຢາກຊ່ວຍເຫຼືອເພີ່ນ

    ລູກຫຼານຢູ່ໃສນໍ້ ຄືປະເພີ່ນຢູ່ແບບນີ້ເຖີງຜ່ານມາເພີ່ນອາດຈະມີແນວດີຫຼືບໍ່ດີ ເພາະເຮົາອາດຈະບໍ່ຮູ່ກົກປາຍສາຍເຫດຫຼືເບື້ອງຫລັງ ແຕ່ຄຳວ່າພໍ່ຜູ້ໃຫ້ກຳເນີດກໍ່ຕ້ອງໄດ້ເບີ່ງແຍ່ງໃຫ້ເຖີງທີ່ສຸດ

    ຈະຊື້ເຂົ້ານ້ຳໜີ່ໄປໃຫ້ເພີ່ນ ໃຜຢາກສົມທົບເອົາບຸນນຳກັນລະສົ່ງຫາເດີ້

    ກິນໜີ່ຫໍ່ໜື່ງໃຫ້ໄດ້2-3ຄາບ ແຮງເວົ້າແຮງອີ່ໂຕນ ມີແຕ່ໜີ່ກັບໄຂ່ກິນເຫັນແບບນີ້ຢາກມີເງິນຫຼາຍໆເດ້ ເຮັດບ້ານພັກຄົນສະລາ ສາທຸເດີ້ ຂໍໃຫ້ບຸນຜູ້ຂາມີ ໄດ້ເຮັດແດ່ທ້ອນ (ໃຜສົນໃຈຢາກຊ່ວຍເຫຼືອເພີ່ນຕິດຕໍ່ຫາເຟສບຸກດ້ານລຸ່ມນີ້ເລີຍ)

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.