ຄົນເກີດວັນອາທິດ:ການງານເຮັດທຸລະກິດຮ່ວມກັບຮຸ້ນສ່ວນຄອບຄົວທ່ານເອງແລ້ວຈະປະສົບຄວາມສຳເລັດ ການເງິນ ໂຊກດີໄດ້ຮັບເງິນຈໍານວນຫຼາຍເຂົ້າມາໃຊ້ຈ່າຍ ຄວາມຮັກຍັງຢາກຈະໃຊ້ຊີວິດເປັນອິດສະຫຼະຫຼາຍກວ່າ ເຄື່ອງມຸງຄຸນຄໍາ ສີມຸງຄຸນສີແດງ ເລກນຳໂຊກ7
ຄົນເກີດວັນຈັນ:ການງານເຮັດທຸລະກິດດ້ານຊັບສິນຈະເຮັດໃຫ້ທ່ານເປັນຜູ້ໃຫຍ່ຫຼາຍຂຶ້ນ ການເງິນມີໂຊກດີໄດ້ເງິນຈາກການຊ່ວຍເຫຼືອນໍາຄົນທີ່ຮູ້ຈັກ ຄວາມຮັກໄດ້ພົບຄູ່ຄອງທີ່ດີ ແລະ ເປັນຄົນເກັ່ງ
ເຄື່ອງມຸງຄຸນ ຄໍາຝຣັ່ງ ສີມຸງຄຸນສີບົວ ເລກນຳໂຊກ6
ຄົນເກີດວັນອັງຄານ:ການງານເກີດການປ່ຽນແປງການຍົກຍ້າບໜ້າວຽກໃໝ່ເຂົ້າມາ ການເງິນ ວາງແຜນຢ່າງຮອບຄອບໃນເລື່ອງການເກັບເງິນ ຄວາມຮັກຄວາມສຳພັນຄວາມຮັກຢູ່ໃນເກນຕ້ອງລະວັງເລື່ອງອາລົມໃຫ້ຫຼາຍ ເຄື່ອງມຸງຄຸນເພັດສີແດງ ສີມຸງຄຸນສີດໍາ ເລກນຳໂຊກ1
ຄົນເກີດວັນພຸດ:ການງານເຮັດທຸລະກິດຈະປະສົບຄວາມສຳເລັດ ການເງິນລ້ຳລວຍຫຼາຍຂຶ້ນໃນເລື່ອງຂອງການຫາເງິນ ຄວາມຮັກໄດ້ພົບຈາກການເດີນທາງທ່ອງທ່ຽວກັບຄົນທີ່ຮູ້ໃຈ ເຄື່ອງມຸງຄຸນໄຂ່ມຸກ
ສີມຸງຄຸນສີຂາວ ເລກນຳໂຊກ8
ຄົນເກີດວັນພະຫັດ:ການງານແກ້ໄຂອຸປະສັກໃຫ້ຜ່ານພົ້ນໄປໄດ້ ແລ້ວປະສົບຄວາມສຳເລັດ ການເງິນມີໂຊກໄດ້ຮັບຊັບ ຮັບເງິນຈໍານວນຫຼາຍ ຄວາມຮັກພົບເລື່ອງເຄັ່ງຄຽດເຂົ້າມາໃຫ້ທ່ານໄດ້ໃຊ້ຄວາມຄິດຂ້ອນຂ້າງຫຼາຍ ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນສີມ່ວງ ເລກນຳໂຊກ4
ຄົນເກີດວັນສຸກ:ການງານສ້າງຜົນງານໄດ້ໂດດເດັ່ນຕາມກຳນົດໄລຍະເວລາ ການເງິນຫາເງິນໄດ້ຈາກຄວາມດຸໝັ້ນຈະເຮັດໃຫ້ມີເງິນ ຄວາມຮັກໄດ້ພົບຮັກກັບຄົນໄກ ອາດບໍ່ມີເວລາໃຫ້ກັນເຄື່ອງມຸງຄຸນເງິນ
ສີມຸງຄຸນສີນໍ້າຕານ ເລກນຳໂຊກ1
ຄົນເກີດວັນເສົາ:ການງານເຮັດທຸລະກິດລະບົບອອນລາຍແລ້ວຈະປະສົບຄວາມສຳເລັດ ການເງິນຈະໄດ້ເງິນຈາກຜູ້ໃຫຍ່ຊ່ວຍໃນການອຸປະຖໍາ ຄວາມຮັກມີຄວາມສຸກສົມຫວັງ ໃນເລື່ອງຄວາມຮັກ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນສີຂາວ ເລກນຳໂຊກ8