ແຈ້ງການ! ໂຈະການອອກເລກລາງວັນຫວຍພັດທະນາ

    0
    1294

    ແຈ້ງການ! ໂຈະການອອກເລກລາງວັນຫວຍພັດທະນາ

    ເຖິງ: ບັນດາຕົວແທນຈໍາຫນ່າຍຫວຍພັດທະນາ, ທຸກພາກສ່ວນທີ່ກ່ຽວຂ້ອງ ຕະຫລອດຮອດຜູ້ທີ່ມັກສຽງ ໂຊກ-ຊີງລາງວັນ ໃນຂອບເຂດທົ່ວປະເທດ. ເລື່ອງ: ການໂຈະການຈໍາຫນ່າຍ ແລະ ໂຈະການອອກເລກລາງວັນຫວຍພັດທະນາ ໃນວັນຈັນ, ວັນທີ 02ພຶດສະພາ  2022.

    ອີງຕາມ ແຈ້ງການ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 545/ຫສນຍ, ລົງວັນທີ 21 ເມສາ 2022 ເລື່ອງ: ທິດຊີ້ນໍາກ່ຽວກັບວັນພັກຊົດເຊີຍ ວັນກໍາມະກອນສາກົນ (ວັນທີ 01 ພຶດສະພາ 2022).

    ອີງຕາມ ຂໍ້ຕົກລົງຂອງ ລັດຖະມົນຕີວ່າການ ກະຊວງການເງິນ ສະບັບເລກທີ 1026/ກງ, ລົງວັນທີ 12 ມິຖຸນາ 2003 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວທຸລະກິດ ຂອງລັດວິສາຫະກິດ ຫວຍພັດທະນາ.

    ອີງຕາມ ແຜນການກໍານົດມື້ອອກເລກລາງວັນຫວຍພັດທະນາ ປະຈໍາປີ 2022 (ສະບັບປັບປຸງ) ເລກທີ 0187/ຫມູນ, ລົງວັນທີ 24 ກຸມພາ 2022.

    ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ຂໍຖືເປັນກຽດແຈ້ງມາຍັງ ບັນດາຕົວແທນຈໍາຫນ່າຍຫວຍ ຜັດທະນາ, ທຸກພາກສ່ວນທີ່ກ່ຽວຂ້ອງ ຕະຫລອດຮອດຜູ້ທີ່ມັກສຽງໂຊກ-ຊິງລາງວັນ ໃນຂອບເຂດທົ່ວປະເທດ ຊາບທົ່ວເຖິງກັນວ່າ: ເນື່ອງຈາກວັນຈັນ, ວັນທີ 02 ພຶດສະພາ 2022 ເປັນວັນພັກຊົດເຊີຍ ວັນກໍາມະກອນສາກົນ ຄົບຮອບ 136 ປີ (ວັນທີ 01 ພຶດສະພາ 2022)

    ສະນັ້ນ, ເພື່ອຮັບປະກັນໃຫ້ການເຄື່ອນໄຫວຈໍາຫນ່າຍຫວຍ ພັດທະນາ ໄດ້ດໍາເນີນໄປຕາມແຜນການ ແລະ ມີປະສິດທິຜົນດີ ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ຈະໄດ໋ ໂຈະການຈໍາຫນ່າຍ ແລະ ໂຈະການອອກເລກລາງວັນຫວຍພັດທະນາ ໃນວັນຈັນ, ວັນທີ 02 ຝຶດສະພາ 2002, ບໍ່ ມີການອອກທົດແທນຄືນ.

    ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາຕົວແທນຈໍາຫນ່າຍຫວຍພັດທະ ນາ, ທຸກພາກສ່ວນທີ່ກ່ຽວຂ້ອງ ຕະຫລອດ 68 ຜູ້ທີ່ມັກສ່ຽງໂຊກ-ຊິງລາງວັນຮັບຊາບ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.