ແຊຮໄວ້ ໃຜສົນໃຈໄປໄທ ນີ້ຄືຂັ້ນຕອນທີ່ຕ້ອງຕຽມເອກະສານສຳລັບໄປໃນໄລຍະນີ້

    0
    471

    ໄທເປັນປະເທດບ້ານໃກ້ເຮືອນຄຽງ ແຕ່ກ່ອນບໍ່ທັນມີໂຄວິດປະຊາຊົນລາວມັກທຽວໄປທຽວມາໃນແຕ່ລະວັນຈຳນວນຫຼາຍ ແຕ່ຫຼັງຈາກໂຄວິດລະບາດ ເຮັດໃຫ້ທຸກປະເທດປິດດ່ານຊາຍແດນ ແລະເຮັດໃຫ້ການໄປ-ມາບໍສະດວກເໝືອນແຕ່ກ່ອນ ຈະເຂົ້າຫຼື ອອກແມ່ນມີຂັ້ນຕອນທີ່ຂັ້ນຂ້າງຫຍຸ້ງຍາກ ຖ້າມີວຽກຈຳເປັນຕ້ອງໄປຄວນປະຕິບັດຕາມ ເຊິ່ງນີ້ເປັນເງື່ອນໄຂໃໝ່ຈະເລີ່ມປະຕິບັດແຕ່ວັນທີ 1 ພຶດສະພາເປັນຕົ້ນໄປ.

    ການເດີນທາງໄປປະເທດໄທວັນທີ 1 ພຶດສະພາ 2022 ເປັນຕົ້ນໄປ ພ້ອມຄ່າໃຊ້ຈ່າຍ ບໍ່ວ່າຈະເດີນທາງ ທາງຍົນ ຫຼື ທາງບົກ ສິ່ງທີ່ຕ້ອງມີຄື:ໃບແປວັກຊີນເປັນພາສາອັງກິດເພື່ອສະໝັກThailandpass (ສາມາດໄປແປໄດ້ທີ່ ສູນສຸກະພາບແມ່ ແລະ ເດັກ. ຫຼັງໂຮງ
    ໝໍເສດຖາທິລາດ ລາຄາ 30.000 ກີບ).

    ຊື້ປະກັນໄພຄວບຄຸມໂຄວິດຂັ້ນຕ່ຳ 10.000$ ຫຼັງຈາກໄດ້ເອກະສານຄົບແລ້ວໃຫ້ຜູ້ເດີນທາງລົງທະບຽນ Thailandpass ເພື່ອຂໍ QR code ກ່ອນການເດີນທາງ

    ສຳຫຼັບຜູ້ເດີນທາງທ່ານໃດທີ່ເດີນທາງກັບສາຍການບິນລາວ. ໃຫ້ຕິດຕໍ່ສອບຖາມສາຍການບິນເລື່ອງກວດ COVID ກ່ອນເດີນທາງ.❌ ລະບົບ Thailandpass ໂຕໃຫມ່ຈະເລີ່ມໃຫ້ບໍລິການທີ 29 ເມສາ 2022 ນີ້ ສ່ວນປະຈຸບັນຍັງເປັນລະບົບເກົ່າທີ່ຂໍເອກະສານຈອງໂຮງແຮມກັກໂຕຢູ່.

    ສ່ວນ ຂັ້ນຕອນການເດີນທາງກັບປະເທດລາວ ( ຂໍ້ມູນທີ່ໄດ້ຮັບປະຈຸບັນ )ໃບແປວັກຊີນເພື່ອສະໝັກ www.laogreenpass.gov.la ເພື່ອຂໍ QR ເດີນທາງກັບປະເທດ.

    ກວດໂຄວິດຈາກໄທກ່ອນເດີນທາງເຂົ້າປະເທດລາວພາຍໃນ 72 ຊົ່ວໂມງ. ( ລາຄາຊອກມາໄດ້ຕອນນີ້ແມ່ນ 2,545 ບາດ )ກວດໂຄວິດອີກຄັ້ງເມື່ອເດີນທາງມາຮອດປະເທດລາວບໍ່ວ່າຈະທາງຍົນ ຫຼື ທາງ ບົກ [ ກວດຢູ່ໜ້າດ່ານຈ່າຍເງີນ 650,000 ] ຈອງໂຮງແຮມເພື່ອກັກໂຕເອງ 2 ຄືນເພື່ອລໍຖ້າຜົນກວດອອກ ລາຄາ ຖືກສຸດ 900,000 ກີບ ເສຍຄ່າລົດເມຂຽວມາສົ່ງທີ່ໂຮງແຮມກັກໂຕ 500 ບາດ( ຮັບຫນ້າດ່ານ )

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.