ໃກ້ເຂົ້າມາແລ້ວ ໂຄງການກໍ່ສ້າງທາງດ່ວນ ສາຍໃຕ້ ນະຄອນຫຼວງວຽງຈັນ

    0
    365

    ໃກ້ເຂົ້າມາແລ້ວ ໂຄງການກໍ່ສ້າງທາງດ່ວນ ສາຍໃຕ້ ນະຄອນຫຼວງວຽງຈັນ (ຈຸດເລີ່ມຕົ້ນທີ່ເສັ້ນທາງ 450 ປີ) ຫາ ນະຄອນປາກເຊ ແຂວງຈຳປາສັກ ເຊິ່ງຈະເປັນເສັ້ນທາງຄູ່ຂະໜານກັບເສັ້ນທາງ ເລກທີ 13 ໃຕ້ ລວມໄລຍະທາງທັງໝົດ 617 km.

    ພາຍຫຼັງການສຶກສາ ສຳຫຼວດອອກແບບ ມາເກືອບ 1 ທົດສະວັດເຕັມ ຂອງກຸ່ມ ບໍລິສັດ ດວງຈະເລີນ ພັດທະນາຄົບວົງຈອນ. ໂຄງການກໍ່ສ້າງເສັ້ນທາງດັ່ງກ່າວ ຈະໄດ້ແບ່ງ ອອກເປັນ 5 ໄລຍະດັ່ງນີ້:

    1 ນະຄອນຫຼວງ – ເມືອງປາກຊັນ (ແຂວງບໍລິຄໍາໄຊ) ມີໄລຍະທາງ 126 Km.

    2 ປາກຊັນ – ເມືອງທ່າແຂກ (ແຂວງຄໍາມ່ວນ) ມີໄລຍະທາງ 164 Km.

    3 ທ່າແຂກ – ເຊໂນ, ເມືອງອຸທຸມພອນ (ແຂວງສະຫວັນນະເຂດ) ມີໄລຍະທາງ 117 Km.

    4 ເຊໂນ – ເມືອງຄົງເຊໂດນ (ແຂວງສາລະວັນ) ມີໄລຍະທາງ 128 Km.

    5 ຄົງເຊໂດນ – ນະຄອນປາກເຊ (ແຂວງຈໍາປາສັກ) ມີໄລຍະທາງ 82 Km. ນີ້ແມ່ນພາບຈຳຮອງ ໂຄງການ ທາງດ່ວນ ວຽງຈັນ-ປາກເຊ (ໄລຍະແຕ່ ວຽງຈັນ-ປາກຊັນ) ອອກແບບ ມາຄື :

    – ຫນ້າທາງກວ້າງ 23 ແມັດ

    – ມີ 4 ຊ່ອງຈາລະຈອນ (ມີຊ່ອງສຸກເສີນ 1 ຊ່ອງ) .

    – ອອກແບບ ເປັນມາດຕະຖານ ຊັ້ນໜຶ່ງ ຂອງ ອາຊຽນ ແລະ ສາກົນ .

    – ຄວາມໄວໃນການອອກແບບ 80-120 Km/h .

    – ຈຸດເລີ່ມຕົ້ນ ແມ່ນຢູ່ທາງ 450 ປີ ( ເຂດ ທ່າບົກ ທ່ານາແລ້ງ ວຽງຈັນໂລຈິສຕິກ ປາກສ໌) .

    ຖ້າວ່າ ໂຄງການນີ້ ສຳເລັດ ແລະ ເຊື່ອມຈອດກັນແລ້ວ ການເດີນທາງ ໄປ ປາກເຊ ຈາກປົກກະຕິ 8-10 ຊົ່ວໂມງ (ຈະເຫຼືອພຽງ 4-5 ຊົ່ວໂມງເທົ່ານັ້ນ)

    ສ່ວນບັນດາ ແຂວງທາງຜ່ານ ເຊັ່ນ: ບໍລິຄຳໄຊ ຈາກ 2h30mn ຈະເຫຼືອພຽງ 1h. ຄຳມ່ວນ ເມືອງທ່າແຂກ ຈາກ 6 ຊົ່ວໂມງ ກໍເຫຼືອພຽງ 3 ຊົ່ວໂມງ. ສະຫວັນນະເຂດ ຈາກ 8 ຊົ່ວໂມງ ກໍເຫຼືອພຽງ 3-4 ຊົ່ວໂມງ. ສາລະວັນ ເວລາການເດີນທາງ ກໍຈະຫຼຸດລົງເຖິງ ເຄິ່ງເທົ່າໂຕ ເຊັ່ນກັນ.

    ພ້ອມທັງເປັນການ ຫຼຸດຄ່າຫຼຸຍຫ້ຽນ, ປະຢັດພະລັງງານ, ເວລາ ຊ່ວຍກະຕຸ້ນການທ່ອງທ່ຽວ ໃນບັນດາແຂວງພາກກາງ -ພາກໃຕ້ ແລະ ຮັກສາ ສິ່ງແວດລ້ອມ ນຳອີກ.

    ສ່ວນປີຈະເລີ່ມສ້າງ ແມ່ນຍັງບໍ່ແນ່ນອນເທື່ອ ໄດ້ຂ່າວລະຈະມາອັບເດດອີກຄັ້ງ

    Cr ພາບຈາກ Sky channel

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.