ກົດໄລ້ ກົດແຊຣ໌ ດວງລາຍວັນ ປະຈຳວັນທີ 25 ເມສາ 2022 ການງານ ການເງິນ ຄວາມຮັກ

    0
    374

    ຄົນເກີດວັນອາທິດ:ການ​ງານເຮັດ​ທຸລະ​ກິດການ​ຄ້າ​ເສື້ອ​ຜ້າ​ໄດ້​ຜົນ​ກຳ​ໄລ​ດີ ການ​ເງິນ​ ມີ​ຂ່າວ​ດີ ມື້​ນີ້​ຈະ​ໄດ້​ເງິນເຂົ້າມາໃຊ້ຈ່າຍ ຄວາມ​ຮັກໄດ້​ພົບ​ຮັກ​ຈາກ​ການ​ຕິດ​ຕໍ່​ທຸລະກິດໃນຊ່ວງນີ້ ເຄື່ອງມຸງຄຸນ​ຄໍາຝຣັ່ງ
    ສີມຸງຄຸນ​ສີສົ້ມ ເລກ​ນຳ​ໂຊກ​6

    ຄົນເກີດວັນຈັນ:ການ​ງານ​ຂາຍ​ອຸປະກອນ​ໄຟ​ຟ້າຈະເປັນແນວທາງສໍາລັບໜ້າວຽກທ່ານ ການ​ເງິນສະ​ຖານະ​ປ່ຽນ​ແປງ​ໄປ​ສູ່​ຄວາມ​ລ້ຳລວຍ ຄວາມ​ຮັກ​ໄດ້​ພົບ​ຄົນ​ຜິວ​ຂາວ ສະຫຼຽວ​ສະຫຼາດເກັ່ງມີຄວາມສາມາດ
    ເຄື່ອງມຸງຄຸນ​  ໄຂ່ມຸກ ສີມຸງຄຸນສີນໍ້າຕານ ເລກ​ນຳ​ໂຊກ​5

    ຄົນເກີດວັນອັງຄານ:ການ​ງານ​ເຮັດ​ທຸລະກິດ​ດ້ານ​ການ​ຄ້າ​ສິນ​ຄ້າ​ອຸປະ​ໂພ​ກຈະເປັນຜົນດີຕໍ່ທຸລະກິດຂອງທ່ານ ການ​ເງິນ​  ສູນ​ເສຍ​ເງິນ​ຫຼາຍ​ເປັນ​ພິເສດ ເພາະລາຍຈ່າຍບໍ່ຄົງທີ ຄວາມ​ຮັກພົບ​ເລື່ອງ​ເລີກ​ລາ​ຢ່າຮ້າງ​ແບບ​ບໍ່​ຄາດ​ຝັນກັບຄົນຮັກ ເຄື່ອງມຸງຄຸນ​ໄຂ່ມຸກ ສີມຸງຄຸນສີ​ຟ້າ ເລກ​ນຳ​ໂຊກ​8

    ຄົນເກີດວັນພຸດ:ການ​ງານລະວັງເລື່ອງການເຈລະຈາ ຫຼື ພົບປະກັບຄົນຢູ່ທີ່ຫ້ອງການ ການ​ເງິນເສຍ​ເງິນ​ຊື້​ເຄື່ອງ​ປະ​ດັບ​ສິ່ງໃຫມ່ເຂົ້າມາໃນຊ່ວງນີ້ ຄວາມ​ຮັກຍັງ​ບໍ່​ຕັດ​ສິນ​ໃຈ​ໃນ​ເລື່ອງ​ຄວາມ​ຮັກເພາະທ່ານຍັງເປັນຄົນທີ່ລັງເລ ເຄື່ອງມຸງຄຸນ​​ຄໍາ ສີມຸງຄຸນສີຄຣີມ ເລກ​ນຳ​ໂຊກ​3

    ຄົນເກີດວັນພະຫັດ:ການ​ງານກຳ​ລັງ​ສຶກ​ສາ​ວິທີ​ການເຮັດ​ທຸລະກິດ​ໃນ​ຮູບ​ແບບ​ໃໝ່ ການ​ເງິນໄດ້​ພົບ​ຄົນ​ທີ່ມາຊ່ວຍທ່ານໃນເລື່ອງການອຸປະຖຳ​ທາງ​ການ​ເງິນ ຄວາມ​ຮັກຕົກ​ຢູ່ໃນ​ສະຖານະການຮັກຄົງທີ່ບໍ່ມີຫຍັງປ່ຽນແປງ ເຄື່ອງມຸງຄຸນ​ໄຂ່ມຸກ ສີມຸງຄຸນສີຂາວ ເລກ​ນຳ​ໂຊກ​6

    ຄົນເກີດວັນສຸກ:ການ​ງານ​ໄດ້​ເລີ່ມ​ເຮັດ​ໂປຣ​ເຈັກ​ວຽກງານທີ່ຈໍາເປັນກ່ອນໃນຊ່ວງນີ້ ການ​ເງິນໄດ້​ເງິນ​ກ້ອນ​ໃຫຍ່ ເຂົ້າມາໃນການໃຊ້ຈ່າຍຈໍານວນຫຼາຍ ຄວາມ​ຮັກໝູ່ເພື່ອນ​ແນະ​ນຳ​ໃຫ້​ຮູ້​ຈັກ​ຄົົນທີ່​ມີ​ເກັ່ງມີຄວາມສາມາດ ເຄື່ອງມຸງຄຸນ​​ແຫວນຄໍາ ສີມຸງຄຸນສີດໍາ ເລກ​ນຳ​ໂຊກ​7

    ຄົນເກີດວັນເສົາ:ການ​ງານຕ້ອງລະວັງເລື່ອງຂອງເອກະສານສັນຍາເພາະອາດເກີດບັນຫາ ການ​ເງິນການເຈ​ລະຈາ​ຕໍ່​ລອງ​ແລ້ວ​ໄດ້ຮັບ​ຜົນ​ປະໂຫຍດ​ທີ່​ໜ້າ​ພໍ​ໃຈ ຄວາມ​ຮັກຍັງ​ປະຕິເສດ​ເລື່ອງ​ຄວາມ​ຮັກເພາະທ່ານຍັງບໍ່ສົນໃຈໃຜ ເຄື່ອງມຸງຄຸນ​  ຄໍາ ສີມຸງຄຸນສີບົວ ເລກ​ນຳ​ໂຊກ​0

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.