ເອົາແລ້ວ ມາໃໝ່ອີກແລ້ວ ຄົນລາວ 100 ກວ່າຄົນລັກເຂົ້າໄທ ຖືກຈັບແລ້ວ

    0
    435

    ການຊອກຫາວຽກເຮັດງານທຳ ເພື່ອພັດທະນາຊີວິດການເປັນຢູ່ໃຫ້ດີຂຶ້ນນັ້ນເປັນເລື່ອງທີ່ຄວນເຮັດ ແລະໜ້າຍົກຍ້ອງ ແຕ່ເວົ້າເລື່ອງການລັກເຂົ້າເມືອງໂດຍບໍ່ມີການແຈ້ງເຂົ້າ-ອອກ ບໍ່ເຮັດເອກະສານໃຫ້ຄົບຖ້ວນໄປຫາວຽກເຮັດແບບຜິດກົດໝາຍນັ້ນບໍ່ສົ່ງເສີມເດີ້ພີ່ນ້ອງ ອັນສຳຄັນຄົນທີ່ໄປຈະຖືກເອົາລັດເອົາປຽບ ຫຼື ຕົກເປັນເຫຍື່ອຂອງຂະບວນການຄ້າມະນຸດໄດ້.

    ຕາມຂ່າວລາຍງານ ມີແຮງງານລາວ ຈຳນວນ 108 ຄົນ ໄດ້ລັກລອບເຂົ້າໄທ ຈຸດປະສົງເພື່ອຫາວຽກເຮັດທີ່ກຸງເທບປະເທດໄທ ແຕ່ໄປບໍ່ຮອດຈຸດຫມາຍ ຖືກຕຳຫລວດໄທ ຈັບໄດ້ທີ່ກາງປ່າ ວັນທີ 21 ເມສາ ເວລາ 11:15 ໂມງ.


    ນາຍໜ້າຄົນໄທຂັບລົດຕູ້ລົດຕູ້ ຈຳນວນ 7 ຄັນ ທີ່ໄປຮັບເອົາແຮງງານລາວ ຮູ້ຕົວວ່າຕຳຫລວດຕັ້ງດ່ານຈຶ່ງຕັດສິນໃຈຖິ້ມແຮງງານລາວໄວ້ໃນປ່າ ເຂດໝູ່ບ້ານຊົນປະທານ ອຳເຟີປາກຊ່ອງ ຈັງຫວັດນະຄອນລາດສະສີມາ.

    ໃນນີ້ ແຮງງານລາວຫນີເຂົ້າໄປໃນປ່າ ຈຳນວນ 3 ຄົນ ຕິດໂຄວິດ 7 ຄົນ. ເຊິ່ງແຮງງານຈຳນວນດັ່ງກ່າວ ໄດ້ຮັບການຊ່ວຍເຫລືອເບື້ອງຕົ້ນ ດ້ວຍການເອົາເຂົ້າເອົານ້ຳໃຫ້ແຮງລາວຄົນລະ 1 ກ່ອງ.

    ສ່ວນວ່າທາງການໄທຈະດຳເນີນຄະດີແນວໃດຕໍ່ນັ້ນຍັງບໍ່ມີລາຍງານເທື່ອ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.