ໜຸ່ມໂຕໂນ່ ພະເອກຍອດກະຕັນຍູຊ່ວຍປົດໜີ້ໃຫ້ແມ່ສຳເລັດກວ່າ 18 ລ້ານບາດ ພາຍໃນ 5 ປີ

    0
    436

    ຂໍຊື່ຊົມ ພະເອກໂຕໂນ່ ພາຄິນ ຊ່ວຍປົດໜີ້ໃຫ້ແມ່ສຳເລັດລວມທັງໝົດ 18 ລ້ານບາດ ໃນໄລຍະເວລາ 5 ປີ ຕາມທີ່ສັນຍາໄວ້ເມື່ອອາຍຸ 10 ປີ ບອກປື້ມໃຈຫຼາຍ ແມ່ນຫຍັງທີ່ເຮັດໃຫ້ແມ່ມີຄວາມສຸກໄດ້ ກໍ່ຢາກເຮັດຕ້ອງບອກວ່າໜ້າປະທັບໃຈ ແທ້ໆກັບຄວາມກະຕັນຍູຂອງ ໜຸ່ມໂຕໂນ່ ພາຄິນ

    ເຖິງແມ່ນວ່າຢູ່ເຮືອນຂອງ ໂຕໂນ່ ຈະຕິດໜີ້ຫຼາຍເຖິງ 18 ລ້ານ ແຕ່ ໂຕໂນ່ ກໍ່ຟັນຝ່າເກັບອົດອອມຮອມຮິບ ຈົນສາມາດຮວບຮວມເງິນແລະມາໃຊ້ໜີ້ແທນແມ່ໄດ້ສຳເລັດໃນໄລຍະເວລາ 5 ປີ ດັ່ງທີ່ ໂຕໂນ່ ເຄີຍ ສັນຍາກັບແມ່ເມື່ອຄັ້ງທີ່ພໍ່ເສຍຊີວິດ

    ຖືເປັນການທົດແທນບຸນຄຸນທ່ານ ກ່ອນໜ້ານີ້ເວລາທີ່ທ່ານຈະເຮັດບຸນ ຫຼື ຊື້ເຄື່ອງເຮັດກິດຈະກຳໃດໆ ເຮົາກໍ່ໂອນເງິນໄປໃຫ້ທ່ານ ແມ່ນຫຍັງທີ່ເຮັດໃຫ້ທ່ານມີຄວາມສຸກ ກໍຢາກເຮັດຕອນທີ່ປົດໜີ້ໄດ້ ຕົນກໍ່ເຂົ້າໄປໃນເຮືອນ ແລະຈັຍສິ່ງຂອງເຄື່ອງໃຊ້ທຸກຢ່າງເລີຍ ເພາະນີ້ຄືເຮືອນທີ່ບໍ່ແມ່ນພຽງແຕ່ແມ່ ແລະ ຄອບຄົວຈະໄດ້ຢູ່

    ນອກຈາກນີ້ ໂຕໂນ່ ຍັງເລົ່າໃຫ້ຟັງເຖິງຊີວິດສະໄໝເດັກນ້ອຍວ່າ ຕອນທີ່ຕົນເປັນເດັກນ້ອຍນັ້ນ ຢູ່ເຮືອນເປັນໜີ້ແລະພໍ່ເສຍຊີວິດ ຕົນສັນຍາໄວ້ກັບແມ່ຕອນ 10 ປີ ວ່າຈະເອົາທຸກຢ່າງຄືນມາ ຄຳເວົ້ານັ້ນຝັງໃຈເຮົາ ເຮົາບໍ່ຮູ້ວ່າຈະໃຊ້ວິທີໃດ ພຽງຢາກໃຫ້ແມ່ສະບາຍ ພໍໃຫຍ່ຂຶ້ນກໍເຮັດໃຫ້ມັນເປັນຈິງ ໂດຍເຈົ້າຕົວເລົ່າວ່າ ຕອນເດັກນ້ອຍພໍໃຫຍ່ຂຶ້ນ ກໍລອງໄປເຮັດວຽກຢູ່ຕ່າງປະເທດ ໄປເສີບອາຫານທີ່ເຢຍລະມັນໄດ້ 20 ຍູໂລ ຕໍ່ມື້

    ແລ້ວໂຊກດີໄດ້ຂັດຫ້ອງນ້ຳເພີ່ມອີກ ໄດ້ຄືນອີກ 20 ຍູໂຣ ເພາະບໍ່ມີໃຜເຮັດ ເຮົາຍອມເຮັດ ມື້ທຳອິດທີ່ເຮັດ ເວົ້າບໍ່ອອກ ບໍ່ວ່າກິ່ນຫຼືພາບທີ່ພົບວ່າຂ້ອຍຕ້ອງເຮັດຂະໜາດນີ້ບໍ ຕອນນັ້ນຢູ່ 3 ເດືອນ ຄື 3 ປີແລ້ວເຮົາໄປໃນປີທີ່ເຮົາອາກາດໜາວທີ່ສຸດໃນ 50 ປີຂອງເຢຍລະມັນອີກ ແຕ່ບໍ່ເຄີຍມີຄວາມຄິດວ່າ ບໍ່ໜ້າມາ ບໍ່ຍ້ານ ບໍ່ຮູ້ສຶກວ່າລຳບາກ

    ແຕ່ພຽງຮູ້ສຶກວ່າຂ້ອຍຕ້ອງມາເຊັດຂີ້ເຊັດຍ່ຽວແລ້ວ ແຕ່ເຮັດວຽກເກັບເງິນກີບເປັນເງິນໄທ ໄດ້ເທົ່າໃດເກັບໃຫ້ແມ່ຢ່າງດຽວ ຈົນກັບມາຊື້ຕູ້ເຕີມເງິນມືຖືໃຫ້ແມ່ 6 ຕູ້ ຂ້ອຍເຄີຍເຮັດວຽກໂບຊົວຂ້ອຍບໍ່ຮູ້ສຶກທຸກຫຼືລຳບາກກ່ວາຄົນອື່ນເລີຍ ຂ້ອຍຮູ້ສຶກສົງສານຄົນອື່ນທີ່ເຂົາລຳບາກກວ່າຂ້ອຍ ຂ້ອຍເບິ່ງວ່າມັນຄືຊີວິດຂ້ອຍ ຂ້ອຍບໍ່ເຄີຍແບມືຂໍໃຜ ບໍ່ເຄີຍຄົດໂກງໃຜ ຢືນດ້ວຍຕົວເອງມີຄວາມສຸກໃນສິ່ງທີ່ຕົວເອງໄດ້ ຂ້ອຍເຮັດບ່ອນນີ້ຂ້ອຍຈະໄດ້ສິງນີ້ ຂ້ອຍເຮັດສິ່ງບໍ່ດີຂ້ອຍກໍ່ພົບສິ່ງທີ່ບໍ່ດີ ແຕ່ທຸກຢ່າງມັນຈາກການກະທຳຂອງຂ້ອຍ

    ຂ້ອຍກໍພ້ອມຈະຮັບມັນ ເຊິ່ງຈາກການສູ້ຊີວິດເຮັດວຽກທຸກຢ່າງ ຈົນໄດ້ມີໂອກາດເຂົ້າມາເຮັດວຽກໃນວົງການບັນເທິງ ຕອນນີ້ ໂຕໂນ່ ປົດໜີ້ແລະຊື້ເຮືອນໃຫ້ແມ່ ແຕ່ມັກມີຄົນຕັ້ງຄຳຖາມວ່າເບິ່ງເປັນຄົນດີ ມັກເຮັດບຸນ ເວົ້າຈາດີ ສຸຂຸມ ເຈົ້າເປັນຄົນເຟກຫຼືບໍ່ ເຊິ່ງ ໂຕໂນ່ ເຜີຍວ່າ ຖ້າເຟກແລ້ວມັນດີ ເປັນສິ່ງທີ່ເປັນປະໂຫຍດກໍ່ເຟກໄປ ເຮົາເຮັດບໍ່ໄດ້ສຳຄັນວ່າຄົນເບິ່ງວ່າເຮົາເຟກ ຫຼື ບໍ່ເຟກ ມັນສຳຄັນວ່າເຮົາເຮັດຫຍັງ ຖ້າຄົນເບິ່ງວ່າເຮົາເຟກ ແລ້ວເຮົາເຊົາເຮັດ ປະໂຫຍດ ກໍ່ຄົງບໍ່ເກີດ

    ດັ່ງນັ້ນເລື່ອງການທີ່ເຮົາເຮັດໄປແລ້ວ ຄົນຈະເບິ່ງວ່າມັນເປັນແນວໃດ ມັນເປັນສິດຂອງເຂົາ ແລ້ວແຕ່ຄົນຈະເບິ່ງແນວໃດກໍ່ໄດ້ ແລະຕອນນີ້ເອງເລຶ່ອງຄວາມຮັກຂອງເຈົ້າຕົວ ກໍ່ໄປໄດ້ສວຍ ເພາະລ່າສຸດ ເມື່ອສິ້ນປີກໍໄດ້ພາຄອບຄົວພ້ອມໜ້າກັບຄອບຄົວແຟນສາວ ຢ່າງ ນິຊາ ນັດນິຊາ ຮ່ວມເຮັດບຸນແລະທ່ຽວນຳກັນເປັນອີກຄູ່ທີ່ໜ້າຮັກຫຼາຍລໍຖ້າລຸ້ນຂ່າວດີເລີຍ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.