ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ ມອບ ລາຍຮັບໃຫ້ລັດຖະບານລາວ ກວ່າ 40,84 ລ້ານໂດລາ.

    0
    391

    ເມື່ອບໍ່ດົນມານີ້, ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດບໍ່ຄຳ-ທອງເຊໂປນ (ລຊມລ) ມອບເງິນຄ່າຊັບພະຍາກອນແຮ່ທາດ ໄຕມາດທີ 4 ປີ 2021 ຈຳນວນ 5.582.907,81 ໂດລາສະຫະລັດ ຈາກການຜະລິດ-ຈຳໜ່າຍໂລຫະຄຳ ແລະ ທອງແດງ (ລວມທັງໝົດກວ່າ 17,24 ລ້ານໂດລາສະຫະລັດ) ມອບໂດຍ ທ່ານ ສະໝານ ອະເນກາ ຜູ້ອຳນວຍການໃຫຍ່ ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດບໍ່ຄຳ-ທອງເຊໂປນ ແລະ ຕາງໜ້າຮັບໂດຍ ທ່ານ ພຸດທະສິນ ເຮືອງທະວົງ ຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ, ກະຊວງການເງິນ ໂດຍມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ. ເຊິ່ງລວມຍອດລາຍຮັບທີ່ບໍລິສັດ ລຊມລ ມອບໃຫ້ລັດຖະບານລາວໃນປີ 2021 (ລວມທັງອາກອນຕ່າງໆ ແລະ ຄ່າຊັບພະຍາກອນແຮ່ທາດ) ຫຼາຍກວ່າ 40,84 ລ້ານໂດລາສະຫະລັດ.

    ນັບແຕ່ເລີ່ມມີການຂຸດຄົ້ນ-ປຸງແຕ່ງ-ຜະລິດຄຳ-ທອງ ມາແຕ່ປີ 2003 ເປັນຕົ້ນມາ ບໍລິສັດລ້ານຊ້າງ ມີເນໂຣນສ໌ ລິມິເຕັດບໍ່ຄຳ-ທອງເຊໂປນ ໄດ້ປະກອບສ່ວນພັນທະຂອງຕົນທີ່ເປັນລາຍຮັບໂດຍກົງ ໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ເປັນເງິນທັງໝົດຫຼາຍກວ່າ 1,6 ຕື້ໂດລາສະຫະລັດ ລວມທັງຄ່າຊັບພະຍາກອນແຮ່ທາດທັງໝົດຫຼາຍກ່ວາ 383 ລ້ານໂດລາສະຫະລັດ.

    ຕາມການລາຍງານຈາກ ກົມຄຸ້ມຄອງຊັບສິນແຫ່ງລັດ ໄດ້ໃຫ້ຮູ້ວ່າ: ວ່າລາຍຮັບຈາກຄ່າຊັບພະຍາກອນແຮ່ທາດໃນສົກປີ 2021 ແມ່ນໄດ້ຖືກແບ່ງປັນລົງສູ່ແຂວງສະຫວັນນະເຂດປະມານ 7,5 ລ້ານໂດລາສະຫະລັດ ເຊິ່ງໄດ້ກາຍເປັນຄວາມພາກພູມໃຈຂອງຜູ້ພັດທະນາ ກໍຄື ບໍລິສັດ ລຊມລ ແລະ ແຂວງສະຫວັນນະເຂດ.
    (ທີ່ມາຂ່າວ: ລຊມລ)

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.